ທ່ານປະທານປະເທດເຈີນດ້າຍກວາງເຮັດວຽກກັບກຳລັງປະກອບອາວຸດຢູ່ນະຄອນໂຮ່ຈິມີນ
ທ່ານປະທານປະເທດເຈີນດ້າຍກວາງ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບ ທະຫານເຂດ 7
|
(vovworld)- ຕອນບ່າຍວັນທີ 23/1, ທ່ານປະທານປະເທດເຈີນດ້າຍກວາງ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບ ທະຫານເຂດ 7 ແລະ ຕຳຫລວດນະຄອນໂຮ່ຈິມີນ. ທະຫານເຂດ 7 ແມ່ນບໍລິເວນຍຸດທະສາດສຳຄັນ, ເຂດເສດຖະກິດຈຸດສຸມທາງພາກໃຕ້ກັບນະຄອນໂຮ່ຈິມີນ ແລະ 8 ແຂວງມີເສັ້ນຊາຍແດນຍາວຕິດກັບ ກຳປູເຈຍ, ມີເຂດທະເລໝູ່ເກາະກວ້າງໃຫຍ່. ເມື່ອເຮັດວຽກກັບ ທະຫານເຂດ 7, ທ່ານປະທານປະເທດຕີລາຄາສູງທີ່ຕັ້ງບົດບາດ ແລະ ບັນດາວິລະກຳ, ຜົນງານຊື່ງກຳລັງປະກອບອາວຸດທະຫານເຂດ 7 ບັນລຸໄດ້. ທ່ານປະທານປະເທດ ສະເຫນີ ປີ 2017, ກຳລັງປະກອບອາວຸດທະຫານເຂດ 7 ສຸມໃສ່ບາງເນື້ອໃນຈຸດສຸມໃນຕໍ່ຫນ້າຄື: ເພີ່ມທະວີວຽກງານກຳແຫນ້ນ ແລະ ຄາດຄະເນສະພາບການ, ເປັນຕົ້ນຢູ່ບັນດາເຂດຊາຍແດນ, ທະເລໝູ່ເກາະ; ເອົາໃຈໃສ່ກໍ່ສ້າງກຳລັງໃຫ້ໝັ້ນຄົງເຂັ້ມແຂງຮອບດ້ານ, ສຸມໃສ່ຍົກສູງຄຸນນະພາບ, ປ່ຽນໃຫມ່ເນື້ອໃນອົບຮົມ, ປະຕິບັດວຽກງານຂົນຂວາຍປະຊາຊົນ.