ທ່ານປະທານປະເທດເຈືອງເຕີນຊາງຢ້ຽມຢາມຕາແສງດີເດັ່ນໃນການກໍ່ສ້າງຊົນນະບົດໃຫມ່ຢູ່ແຂວງ ເລີມດົງ

ທ່ານປະທານປະເທດເຈືອງເຕີນຊາງຢ້ຽມຢາມຕາແສງດີເດັ່ນໃນການກໍ່ສ້າງຊົນນະບົດໃຫມ່ຢູ່ແຂວງ ເລີມດົງ - ảnh 1
ທ່ານ​ປະທານ​ປະ​ເທດ​ຫວຽດນາມ​ ​ເຈືອງ​​ເຕີນ​ຊາງ
ພາບ: internet


(vovworld)- ວັນ​ທີ 3/9, ທ່ານ​ປະທານ​ປະ​ເທດ​ຫວຽດນາມ​ ​ເຈືອງ​​ເຕີນ​ຊາງ ​ໄດ້​ລົງ​ຢ້ຽມຢາມ​ຕາ​ແສງ ​ເຕີນ​ໂຫ້​ຍ ​ເມືອງ ດືກຈ້ອງ ຊື່​ງ​ແມ່ນ​ຕາ​ແສງ​ດີ​ເດັ່ນ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃຫມ່​. ນີ້​ແມ່ນ​ຕາ​ແສງ​ບັນລຸ 19/19 ມາດຖານ​​ແຫ່ງ​ຊາດກ່ຽວ​ກັບ​ການກໍ່ສ້າງ​ຊົນນະ​ບົດ​ໃຫມ່. ​ເມື່ອ​​​ແລກປ່ຽນ​ຄຳ​ເຫັນ​ກັບ​ພະນັກງານ ​ແລະ ປະຊາຊົນ​ຕາ​ແສງ ​ເຕີນ​ໂຫ້​ຍ, ທ່ານ​ປະທານ​ປະ​ເທດສະ​ເຫ​ນີວ່າ: ທົ່ວ​ຕາ​ແສງ​ສືບ​ຕໍ່​ເສີມ​ຂະຫຍາຍ​ໝາກຜົນ​ທີ່​ບັນລຸ​ໄດ້ ​ແລະ ສູ້​ຊົນ​ປະຕິບັດ​ການ​ກໍ່ສ້າງ​ຊົນນະບົດ​ໃຫມ່​ໃຫ້​ດີກ​ວ່າ​. ທ່ານ​ປະທານ​ປະ​ເທດ​ປາດ​ຖະຫນາ​ວ່າ:​​ໃນ​ໄລຍະ​ຈະ​ມາ​ເຖິງ ຕາ​ແສງ​ເຕີນ​ໂຫ້​ຍ ສືບ​ຕໍ່​ຍົກ​ສູງ​ບັນດາ​ໝາກຜົນ, ມາດຖານ​ທີ່​ບັນລຸ​ໄດ້ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃຫມ່ ພ້ອມ​ທັງ​ຈະ​ມີ​ບົດຮຽນ​ຕົວ​ຈິງ ​ແລະ ຂໍ້​ລິ​ເລີ່​ມ​ໃຫມ່​ປະກອບ​ໃຫ້​ແກ່​ສູນ​ກາງ.

 

ຂ່າວ/ບົດ​ອື່ນ