ທ່ານປະທານປະເທດເຈືອງເຕີນຊາງ
ເຮັດວຽກກັບອົງການຕຳຫລວດສືບສວນສອບສວນ
|
(vovworld)- ທີ່ການເຮັດວຽກກັບອົງການຕຳຫລວດສືບສວນສອບສວນ,ສັງກັດກະຊວງຕຳຫລວດຫວຽດນາມ ຊື່ງດຳເນີນໄປໃນຕອນບ່າຍວັນທີ 30/7, ທ່ານປະທານປະເທດເຈືອງເຕີນຊາງ, ຫົວຫນ້າຄະນະຊີ້ນຳການປະຕິຮູບຕຸລາການສູນກາງ ຕີລາຄາສູງໝາກຜົນແຫ່ງການຕໍ່ສູ້ປ້ອງກັນ ແລະ ຕ້ານອາດຊະຍາກຳໃນຊຸມເດືອນຕົ້ນປີ. ທ່ານປະທານປະເທດ ເຈືອງເຕີນຊາງ ເນັ້ນຫນັກວ່າ: ສະພາບການອາດຊະຍາກຳຍັງສືບຕໍ່ຜັນແປໄປຢ່າງສັບສົນ, ພິເສດ ແມ່ນອາດຊະຍາກຳຂ້າມຊາດ, ນີ້ແມ່ນສິ່ງທ້າທາຍໃຫຍ່ສຳລັບກຳລັງຕໍ່ສູ້ປ້ອງກັນຕ້ານອາດຊະຍາກຳ.ທ່ານປະທານປະເທດ ສະເຫນີ ຕ້ອງເອົາໃຈໃສ່ເຖິງບັນຫາທີ່ຍັງຄົງຄ້າງໃນການເຄື່ອນໄຫວສືບສວນສອບສວນ ແລະ ຕ້ອງມີການສົມທົບຢ່າງແຫນ້ນແຟ້ນລະຫວ່າງບັນດາອົງການ, ເພີ່ມທະວີລັກສະນະປະສິດທິຜົນຂອງອົງການລັດຢູ່ທຸກຂັ້ນໃນການປ້ອງກັນ ແລະ ຕໍ່ສູ້ຕ້ານອາດຊະຍາກຳ.