ທ່ານປະທານປະເທດເຈືອງເຕີ້ນຊາງ ຕ້ອນຮັບ ຮອງນາຍົກລັດຖະມົນຕີ ກຳປູເຈຍ

ທ່ານປະທານປະເທດເຈືອງເຕີ້ນຊາງ ຕ້ອນຮັບ ຮອງນາຍົກລັດຖະມົນຕີ ກຳປູເຈຍ - ảnh 1
ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ໃຫ້ການຕ້ອນຮັບ ທ່ານ ຮອງ​ນາຍົກລັດຖະມົນຕີ ​ກຳປູ​ເຈຍ Sar Kheng


Vovworld- ຕອນ​ບ່າຍວັນທີ 4/1, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ໄດ້ໃຫ້ການ ຕ້ອນຮັບ ທ່ານ Sar Kheng ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ກະຊວງ​ພາຍ​ໃນ​ກຳປູ​ເຈຍ​ພ້ອມ​ດ້ວຍ​ຄະນະ ​ເນື່ອງ​ໃນ​ໂອກາດ​ມາ​ຢ້ຽມຢາມ ​ແລະ ​ເຊັນ​ສັນຍາ​ຮ່ວມ​ມື​ກັບ​ກະຊວງ​ຕຳຫຼວດ​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ຖື​ວ່າ ​ໃນ​ໄລຍະ​ທີ່​ຜ່ານ​ມ​າ, ສະພາບ​ການ​ໂລກ​ມີ​ການ​ຜັນ​ແປ​ໄປ​ຢ່າງ​ສັບສົນ, ​ແຕ່ ກຳປູ​ເຈຍ ຍັງ​ຄົງ​ແມ່ນ​ປະ​ເທດ​ສາມາດ​ຮັກສາ​ສະຖຽນ​ລະ​ພາບ ​ແລະ ພັດທະນາ​ເສດຖະກິດ​ສັງຄົມ. ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ຢືນຢັນ​ວ່າ ຫວຽດນາມ​ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ 2 ຝ່າຍ ​ແລະ ​ເຊື່ອ​ໝັ້ນ​ວ່າ ບັນດາ​ເນື້ອ​ໃນ​ໃນ​ສັນຍາ​ຮ່ວມ​ມື​ທີ່​ໄດ້​ຮັບ​ການ​ລົງ​ນາມ​ລະຫວ່າງ ກະຊວງ​ຕຳຫຼວດ​ຫວຽດນາມ ​ແລະ ກະຊວງ​ພາຍ​ໃນ​ກຳປູ​ເຈຍ ຈະສ້າງປະຖົມ​ປັດ​ໄຈ​ເພື່ອ​ໃຫ້ 2 ຝ່າຍ​ປະຕິບັດ​ໜ້າ​ທີ່​ຊຶ່ງ​ພັກ ​ແລະ ລັດ​ມອບ​ໝາຍ​ໃຫ້​ເປັນ​ຢ່າງ​ດີ. ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ​ໄດ້​ອວຍພອນ​ໃຫ້ການ​ເລືອກ​ຕັ້ງ​ທົ່ວປະ​ເທດ​ກຳປູ​ເຈຍ​ໃນ​ເວລາ​ໃກ້​ຈະ​ມາ​ເຖິງ​ນີ້​ຈະ​ປະ​ສົບ​ຜົນສຳ​ເລັດ​ຢ່າງ​ຈົບງາມ ​ແລະ ກຳປູ​ເຈຍ ສືບ​ຕໍ່​ມີ​ບາດກ້າວ​ຂະຫຍາຍຕົວ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ.

  ສ່ວນທ່ານ Sar Kheng ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ກະຊວງ​ພາຍ​ໃນ​ກຳປູ​ເຈຍ ສະ​ແດງ​ຄວາມ​ຫວັງ​ວ່າ ​ໃນ​ປີ 2013, 2 ຝ່າຍ​ສືບ​ຕໍ່ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກ່ວາ​ອີກ, ​ໂດຍ​ສະ​ເພາະ​ແມ່ນ​ການ​ຊ່ວຍ​ເຫຼືອ​ກຳປູ​ເຈຍ ກໍ່ສ້າງ​​ແຫຼ່ງຊັບພະຍາກອນ​ມະນຸດ ​ເພື​ອ່ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການຂອງ​ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ອາດ​ສະ​ຍາ​ກຳ, ຮັກສາ​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບຮຽບຮ້ອຍ ​ເພື່ອ​ຮັບ​ໃຊ້​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ
ຂ່າວ/ບົດ​ອື່ນ