ທ່ານປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບເອກອັກຄະລັດຖະທູດ ຢູແກຼນ ແລະ ເອກອັກຄະລັດຖະທູດ ການາດາ ມາຍື່ນສານຕາຕັ້ງ

(VOVWORLD) - ຕອນບ່າຍວັນທີ 26 ພຶດສະພາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Gaman Oleksandr, ເອກອັກຄະລັດຖະທູດ ຢູແກຼນ ແລະ ທ່ານເອກອັກຄະລັດຖະທູດ ການາດາ Shawn Perry Steil  ມາຍື່ນສານຕາຕັ້ງ. 
ທ່ານປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບເອກອັກຄະລັດຖະທູດ ຢູແກຼນ ແລະ ເອກອັກຄະລັດຖະທູດ ການາດາ ມາຍື່ນສານຕາຕັ້ງ - ảnh 1ທ່ານເອກອັກຄະລັດຖະທູດ ຢູແກຼນ Gaman Oleksandr ຍື່ນສານຕາຕັ້ງເຖິງທ່ານ ປະທານປະເທດ ຫງວຽນຊວນຟຸກ.ພາບ: TTXVN

 ເມື່ອຕ້ອນຮັບທ່ານເອກອັກຄະລັດຖະທູດ ຢູແກຼນ, ທ່ານປະທານປະເທດ ຫງວຽນຊວນຟຸກ ອວຍພອນທ່ານເອກອັກຄະລັດຖະທູດ ມາຮັບຫນ້າທີ່ການທູດຢູ່ ຫວຽດນາມ ແລະ ເນັ້ນຫນັກວ່າ: ຍາມໃດ ຫວຽດນາມ ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານກັບ ຢູແກຼນ. ທ່ານໃຫ້ຮູ້ວ່າ: ຫວຽດນາມໄດ້ຕົກລົງຫນູນຊ່ວຍມະນຸດສະທຳ 500.00 0 USD ໃຫ້ແກ່ປະຊາຊົນ ຢູແກຼນ ພ້ອມທັງ ພ້ອມແລ້ວທີ່ຈະຮ່ວມມືເຂົ້າຮ່ວມການສ້າງສາ ຢູແກຼນ ຄືນໃຫມ່.

ໃນການຕ້ອນຮັບທ່ານເອກອັກຄະລັດຖະທູດ ການາດາ  Shawn Perry Steil ປະຈຳຫວຽດນາມ, ທ່ານປະທານປະເທດ ສະເຫນີ ທ່ານເອກອັກຄະລັດຖະທູດ ຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ຊຸກຍູ້ການພົວພັນແລກປ່ຽນປະຊາຊົນ, ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນບັນດາຂົງເຂດບຸລິມະສິດ.

ທ່ານປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບເອກອັກຄະລັດຖະທູດ ຢູແກຼນ ແລະ ເອກອັກຄະລັດຖະທູດ ການາດາ ມາຍື່ນສານຕາຕັ້ງ - ảnh 2ທ່ານເອກອັກຄະລັດຖະທູດ ການາດາ Shawn Perry Steil. ພາບ: TTXVN

ກ່ຽວກັບບັນຫາສາກົນ ແລະພາກພື້ນ, ທ່ານປະທານປະເທດ ຫງວຽນຊວນຟຸກ ຊີ້ແຈ້ງ: ຫວຽດນາມຊົມເຊີຍ ການາດາ ເພີ່ມທະວີການຮ່ວມມືກັບ ອາຊີ -ປາຊີຟິກ, ຜ່ານນັ້ນ ປະກອບສ່ວນຕັ້ງຫນ້າເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາຢູ່ພາກພື້ນ.  ຫວຽດນາມປາດຖະຫນາຢາກໃຫ້ ການາດາ ຮັບຮອງເອົາຍຸດທະສາດ ມະຫາສະມຸດອິນເດຍ -ປາຊີຟິກ ເພື່ອສືບຕໍ່ສະແດງຄຳໝັ້ນສັນຍາຢ່າງແຮງກ່ຽວກັບການສະຫນັບສະຫນູນບົດບາດໃຈກາງຂອງອາຊຽນ, ການພົວພັນຄູ່ຮ່ວມມືຮອບດ້ານອາຊຽນ - ການາດາ.

ຕອບກັບ

ຂ່າວ/ບົດ​ອື່ນ