ປະທານປະເທດ ເຈືອງເຕິ໋ນຊາງ ໄຕ້ອນຮັບລັດຖະມົນຕີ,
ຫົວໜ້າຫ້ອງວ່າການປະທານປະເທດລາວ ພົງສະຫວັດບຸບຜາ
(vovworld) – ຕອນບ່າຍວັນທີ 23/1, ທ່ານປະທານປະເທດ ເຈືອງເຕິ໋ນຊາງ ໄດ້ໃຫ້ການຕ້ອນຮັບລັດຖະມົນຕີ, ຫົວໜ້າຫ້ອງວ່າການປະທານປະເທດລາວ ພົງສະຫວັດບຸບຜາ ເນື່ອງໃນໂອກາດທີ່ທ່ານມາຢ້ຽມຢາມ ແລະ ເຮັດວຽກກັບຫ້ອງວ່າການປະທານປະເທດຫວຽດນາມ. ທ່ານປະທານປະເທດ ເຈືອງເຕິ໋ນຊາງ ຖືວ່າ, ການຢ້ຽມຢາມຫວຽດນາມຄັ້ງນີ້ຂອງທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການປະທານປະເທດລາວ ພົງສະຫວັດບຸບຜາ ມີຄວາມໝາຍສຳຄັນ, ປະກອບສ່ວນເພີ່ມທະວີຄວາມສາມັກຄີລະຫວ່າງສອງຫ້ອງວ່າການ ແລະ ສອງປະເທດ. ທ່ານປະທານສະເໜີໃຫ້ສອງຫ້ອງວ່າການປະທານປະເທດຄວນຍູ້ແຮງການແລກປ່ຽນ, ແບ່ງປັນບົດຮຽນ ແລະ ມີລາຍການຮ່ວມມືຢ່າງລະອຽດ ເພື່ອປະຕິບັດວຽກງານໃຫ້ດີ. ຄຽງຂ້າງນັ້ນ, ປີ 2013, ພ້ອມກັບການຈັດຕັ້ງການຢ້ຽມຢາມຂັ້ນສູງຕ່າງໆ, ສອງຝ່າຍຄວນເປີດກວ້າງການຮ່ວມມືໃນທຸກຂັ້ນ, ທຸກຂະແໜງ ເພື່ອແນໃສ່ຮັດແໜ້ນສາຍພົວພັນຮ່ວມມືພິເສດຫວຽດນາມ - ລາວ.
ກ່ອນໜ້ານັ້ນ, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການປະທານປະເທດລາວ ພົງສະຫວັດບຸບຜາ ໄດ້ມີການເຈລະຈາກັບຫົວໜ້າຫ້ອງວ່າການປະທານປະເທດຫວຽດນາມ ດ່າວຫວຽດຈູງ ແລະ ມອບຫຼຽນໄຊອິດສະຫຼະ ຊັ້ນໜຶ່ງ, ຊັ້ນສອງ ແລະ ຫຼຽນໄຊມິດຕະພາບໃຫ້ແກ່ຫ້ອງວ່າການປະທານປະເທດຫວຽດນາມ ບັນດາຜູ້ນຳ, ອະດີດການນຳຫ້ອງວ່າການປະທານປະເທດຜ່ານໄລຍະຕ່າງໆ.