(vovworld) - ຕອນເຊົ້າວັນທີ 18/02 (ກົງກັບວັນທີ 9 ເດືອນຈຽງ, ປີມະເສງ 2013 ), ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ສົມທົບກັບແຂວງ ບັກຢາງ ຈັດຕັ້ງພິທີປຸກລະດົມງານບຸນປີໃໝ່ ປູກຕົ້ນໄມ້ຢູ່ເຂດປູຊະນີຍະສະຖານ ໂຮ໋ຈ໋ວຍ, ຕາແສງ ຟົ່ນເຊືອງ, ເມືອງ ອຽນເທ໋, ແຂວງ ບັ໋ກຢາງ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ເຈືອງເຕີນຊາງ ເນັ້ນໜັກວ່າ.
“ຂ້າພະເຈົ້າຮຽກຮ້ອງໃຫ້ປະຊາຊົນໃນທົ່ວປະເທດເຂົ້າຮ່ວມງານບຸນປູກຕົ້ນໄມ້, ຕົ້ນໄມ້ກິນໝາກ, ຕົ້ນໄມ້ເພື່ອປຸງສ້າງ, ໄມ້ກັນລົມ, ຂີ້ຊາຍ, ປ້ອງກັນຄັນຄູ, ຕ້ານການເຊາະເຈື່ອນ; ປູກຕົ້ນໄມ້ຢູ່ບັນດາເຂດຕົວເມືອງ, ເຂດອຸດສາຫະກຳ, ໃນບ້ານ, ລຽບຕາມເສັ້ນທາງຄົມມະນາຄົມຊົນນະບົດ, ເຂດແຄມຝັ່ງທະເລ, ເຂດທະເລໝູ່ເກາະ, ໂນນພູ... ໃຫ້ເໝາະສົມກັບເງື່ອນໄຂຂອງແຕ່ທ້ອງຖິ່ນ. ພ້ອມກັນນັ້ນ, ຕ້ອງຍົກສູງສະຕິ ແລະ ມີມາດຕະການຕ່າງໆຢ່າງແທດຈິ່ງເພື່ອປົກປັກຮັກສາປ່າ, ປະກອບສ່ວນພັດທະນາເສດຖະກິດ, ຍົກສູງລາຍຮັບ, ຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ, ປົກປັກຮັກສາສິ່ງແວດລ້ອມໃຫ້ລຸ່ນລູກລຸ່ນຫຼານ”.
ເນື່ອງໃນໂອກາດລົງຢ້ຽມຢາມເຂດດິນແດນແຫ່ງປະຫວັດສາດ ອຽນເທ໋, ທ່ານປະທານປະເທດ ເຈືອງເຕີນຊາງ ພ້ອມກັບບັນດາຜູ້ແທນໄດ້ຖະຫວາຍທູບທຽນຢູ່ເຂດປູຊະນີຍະສະຖານລຸກຮື້ຂຶ້ນ ອຽນເທ໋. ອວຍພອນອົງຄະນະພັກ ອຳນາດການປົກຄອງ ແລະ ປະຊາຊົນແຂວງບັ໋ກຢາງ, ທ່ານປະທານປະເທດ ເຈືອງເຕີນຊາງ ຫວັງວ່າ ແຂວງ ບັກຢາງ ຈະກາຍເປັນແຂວງນຳໜ້າໃນທົ່ວປະເທດໃນຂະບວນການກະສິກຳ, ປູກຕົ້ນໄມ້, ປົກປັກຮັກສາປ່າ ແລະ ກໍ່ສ້າງຊົນນະບົດໃໝ່.