ທ່ານປະທານປະເທດ ເຈືອງເຕີ້ນຊາງ ລົງເຮັດວຽກຢູ່ແຂວງບັກກ້ານ

ທ່ານປະທານປະເທດ ເຈືອງເຕີ້ນຊາງ ລົງເຮັດວຽກຢູ່ແຂວງບັກກ້ານ - ảnh 1
ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ຢ້ຽມຢາມບໍລິສັດຫຸ້ນສ່ວນ  SaHaBak 
(ພາບ:baobaccan)

Vovworld- ​ໂດຍ​ສືບ​ຕໍ່ການໄປປະຕິບັດງານຢູ່ບັນດາແຂວງພູດອຍທາງ ພາກເໜືອ, ວັນ​ທີ 20/8, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມ ແລະ ຊອກຮູ້ ກ່ຽວກັບຊີວິດການເປັນຢູ່ຂອງ ພໍ່ແມ່ປະຊາຊົນບັນດາເຜົ່າໃນແຂວງບັກກ້ານ. ທີ່ການເຮັດວຽກ ກັບການນຳ ຫຼັກແຫຼ່ງແຂວງບັກກ້ານ, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ໄດ້ເນັ້ນໜັກວ່າ ດ້ວຍ​ຈຸດ​ພິ​ເສດສະ​ເພາະ​ຂອງ​ແຂວງ​ພູດ​ອຍ, ບັກ​ກ້ານ​ຕ້ອງ​ກຳນົດ​ແຈ້ງ​ທ່າ​ແຮງ​ຂອງ​ຕົນ ​ເພື່ອ​ສຸມ​ໃສ່​ພັດທະນາ. ທາງ​ແຂວງ​ຄວນ​ເປັນ​ເຈົ້າ​ການ​ເປິ​ດກ້ວາງ​ການ​ຊອກ​ຫາ​ບັນດາ​ນັກ​ລົງທຶນ​ຫຼື​ຮ່ວມ​ສຳພັນ​ເພື່ອ​ຫັນປ່ຽນ​ເສດຖະກິດ​ຕິດ​ທິດ​ຫັນ​ເປັນ​ອຸດສາຫະກຳ, ​ເປັນ​ຕົ້ນ​ແມ່ນ​ອຸດສາຫະກຳ​ປຸ່ງ​ແຕ່ງ, ຂຸດ​ຄົ້ນ​ແຮ່​ທາດ ​ແນ​ໃສ່​ສ້າງ​ມູນ​ຄ່າ​ສ່ວນ​ເກີນ​ຕື່ມ​ອີກ​ໃຫ້​ແກ່​ຜະລິດ​ຕະພັນ​ສຳຄັນ​ຂອງ​ແຂວງ. ​ເມື່ອ​ເຕື້ອງ​ເຖິງ​ບັນດາ​ກໍ່ສ້າງ​ຊົນນະບົດ​ໃໝ່, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ຖື​ວ່າ ຕ້ອງ​ມີ​ໄຫວ​ພິບ​ໃນ​ການ​ໝູນ​ໃຊ້​ມາດຖານ​ຕາມ​ຈຸດ​ພິ​ເສດ​ສະ​ເພາະ​ຂອງ​ທ້ອງ​ຖິ່ນ​ເພື່ອ​ເລັ່ງ​ໃສ່​ປະຕິບັດ ​ແນ​ໃສ່​ນຳ​ມາ​ເຊິ່ງປະສິດທິ​ຜົນ​ອັນ​ແທດ​ຈິງ​ທີ່​ສຸດ​ໃຫ້​ແກ່​ການ​ດຳລົງ​ຊີວິດ​ຂອງ​ປະຊາຊົນ. ພ້ອມ​ກັນ​ນັ້ນ, ຜ່ານ​ພຶດຕິ​ກຳ​ແຫ່ງ​ການ​ຜັນ​ຂະຫຍາຍ, ທາງ​ທ້ອງ​ຖິ່ນ​ຄວນ​ຖອດ​ຖອນ​ບົດຮຽນ, ສ່ອງ​ແສງ​ສິ່ງ​ທີ່​ຍັງ​ຄົງ​ຄ້າງ​ຢ່າງ​ທັນ​ການ​ເພື່ອ​ສາມາດ​ປັບປຸງ​ເພີ່ມ​ເຕີມມາດຖານ​ກໍ່ສ້າງ​ຊົນນະບົດ​ໃໝ່. 

ຂ່າວ/ບົດ​ອື່ນ