ທ່ານປະທານປະເທດ ເຈືອງເຕີນຊາງ ເຮັດວຽກ ຢູ່ແຂວງຫາຍເຢືອງ
(ທ່ານປະທານປະເທດ ເຈືອງເຕີນຊາງ
ລົງຢ້ຽມຢາມ ແລະ ເຮັດວຽກຢູ່ຕາແສງ ເຍີນກວ່ຽນ)
(vovworld) – ຕອນເຊົ້າວັນທີ 06/02, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ຕາແສງ ເຍີນກວ່ຽນ, ເມືອງບິ່ງຢາງ, ແຂວງຫາຍເຢືອງ; ຢ້ຽມຢາມ ແລະ ອວຍພອນປີໃໝ່ປະຈຳຊາດຄອບຄົວນະໂຍບາຍຢູ່ນະຄອນຫາຍເຢືອງ.
ທີ່ການເຮັດວຽກກັບອົງຄະນະພັກ, ອຳນາດການປົກຄອງຕາແສງເຍີນກວ່ຽນ, ເມືອງບິ່ງຢາງ, ແຂວງຫາຍເຢືອງ, ທ່ານປະທານປະເທດ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມເຊິ່ງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນໃນຕາແສງບັນລຸໄດ້ ໃນການປະຕິບັດສຳເລັດ 19 ມາດຖານກໍ່ສ້າງຊົນນະບົດໃໝ່. ຜ່ານການປະຕິບັດໂຄງການດັ່ງກ່າວ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງ, ຄວາມເປັນລະບຽບຮຽບຮ້ອຍໄດ້ຮັບການຮັກສາໄວ້ຢ່າງໝັ້ນຄົງ. ທ່ານປະທານປະເທດຖືວ່າ, ອຳນາດການປົກຄອງ ແລະ ອົງຄະນະພັກຕາແສງ ຕ້ອງເສີມຂະຫຍາຍທ່າແຮງທີ່ມີຢູ່ແລ້ວ, ສົ່ງເສີມບັນດາວິສາຫະກິດລົງທຶນດ້ານກົນຈັກ, ວິທະຍາສາດເຂົ້າໃນກະສິກຳ, ສ້າງເງື່ອນໄຂເພື່ອພັດທະນາຂະແໜງອາຊີບ, ສ້າງວຽກເຮັດງານທຳໃຫ້ຄົນງານຊົນນະບົດ.