(ບຸນວັນເພງເດືອນ 8)
(vovworld) - ວັນທີ 28/9, ທ່ານປະທານປະເທດ Truong Tan Sang ໄດ້ຝາກຈົດໝາຍອວຍພອນພວກຫຼານເຍົາວະຊົນ, ອະນຸຊົນທົ່ວປະເທດ ໃນໂອກາດບຸນວັນເພງເດືອນ 8/ 2012. ໃນຈົດໝາຍ, ທ່ານປະທານປະເທດ Truong Tan Sang ສະແດງຄວາມຫວັງວ່າ ພວກຫຼານເຍົາວະຊົນ, ອະນຸຊົນໃນທົ່ວປະເທດ, ພວກຫຼານຊາວຫວຽດນາມ ຢູ່ຕ່າງປະເທດ, ແລະ ພວກຫຼານຊາວຕ່າງປະເທດຢູ່ຫວຽດນາມ ໄດ້ຕ້ອນຮັບບຸນວັນເພງເດືອນ 8 ໃນຄວາມເບີດບານມ່ວນຊື່ນ, ເຕັມໄປດ້ວຍຄວາມສາມັກຄີ. ທ່ານປະທານຢືນຢັນວ່າ, ພັກ, ລັດຫວຽດນາມ, ຄອບຄົວ ແລະ ສັງຄົມຍາມໃດກໍ່ໃຫ້ຄວາມເອົາໃຈໃສ່, ເບິ່ງແຍງພິເສດ ເພື່ອໃຫ້ພວກຫຼານມີເງື່ອນໄຂໄດ້ຮຳ່ຮຽນຫຼໍ່ຫຼອມດີທີ່ສຸດ. ທ່ານປະທານປະເທດ Truong Tan Sang ຫວັງວ່າ ພວກຫຼານເຍົາວະຊົນ, ອະນຸຊົນຈະຕັ້ງໜ້າຫຼໍ່ຫຼອມຕົນເອງ, ສາມັກຄີ, ຊ່ວຍເຫຼືອພວກເພື່ອນທີ່ປະສົບກັບຄວາມຫຍຸ້ງຍາກ, ເປັນຫຼານຄຳຮູ້ ເພື່ອກາຍເປັນພົນລະເມືອງທີ່ມີປະໂຫຍດໃຫ້ແກ່ຄອບຄົວ ແລະ ສັງຄົມ, ປະກອບສ່ວນປົກປັກຮັກສາ ແລະ ສ້າງສາປະເທດຫວຽດນາມ.