ທ່ານປະທານສະພາແຫ່ງຊາດຝລັ່ງສິ້ນສຸດການຢ້ຽມຢາມຫວຽດນາມຢ່າງຈົບງາມ

ທ່ານປະທານສະພາແຫ່ງຊາດຝລັ່ງສິ້ນສຸດການຢ້ຽມຢາມຫວຽດນາມຢ່າງຈົບງາມ - ảnh 1
ທ່ານ Claude Bartolone, ປະ​ທານ​ສະ​ພາ​ແຫ່ງ​ຊາດ ຝ​ລັ່ງ ແລະ
ທ່ານຫງວຽນ​ແທງ​ຟອງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈິ​ມີນ
​ພາບ:TTXVN

(vovworld)- ​ຕອນ​ຄ່ຳ​ວັນ​ທີ 21/3, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສະ​ພາ​ແຫ່ງ​ຊາດ ຝ​ລັ່ງ ໂດຍ​ທ່ານ Claude Bartolone, ປະ​ທານ​ສະ​ພາ​ແຫ່ງ​ຊາດ ຝ​ລັ່ງ ນຳ​ຫນ້າ ໄດ້​ເດີນ​ທາງ​ອອກ​ຈາກ​ນະ​ຄອນ ໂຮ່​ຈິ​ມີນ ໄດ້​ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ຈົບ​ງາມ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ. ໃນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ແຕ່​ວັນ​ທີ 18-21/3/2016, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຝ​ລັ່ງ Claude Bartolone ໄດ້​ມີ​ການ​ເຈ​ລະ​ຈາ​ກັບທ່ານ ຫງວຽນ​ຊີງ​ຮຸ່ງ, ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ, ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ, ພົບ​ປະ​ກັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ, ພົບ​ປະ ແລະ ເຮັດ​ວຽກ​ກັບ​ທ່ານ ຫງວຽນ​ແທງ​ຟອງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈິ​ມີນ, ພົບ​ປະ​ກັບ​ນັກ​ຂ່າວ​ຢູ່​ສະ​ຖານ​ທູດ ຝ​ລັ່ງ ແລະ ໄປ​ຢ້ຽມ​ຢາມ​ທັດ​ສະ​ນີ​ຍະ​ພາບ​ຂອງ​ຫວຽດ​ນາມ ຈຳ​ນວນ​ຫນຶ່ງ.

        ທີ່​ການ​ເຈ​ລະ​ຈາແລະ ການ​ພົບ​ປະ​ນັ້ນ, ສອງ​ຝ່າຍ ໄດ້​ຢືນ​ຢັນ ນຳ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ​ສອງ​ປະ​ເທດ​ໃຫ້​ຂຶ້ນ​ສູ່​ລະ​ດັບ​ສູງ​ໃຫມ່, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ປະ​ເທດ ເພື່ອ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ໃນ​ໂລກ. ສອງ​ຝ່າຍ​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ການ​ຢ້ຽມ​ຢາມ​ຈະ​ເປັ​ນ​ຂີດ​ໝາຍ​ສຳ​ຄັນ ຍົກ​ລະ​ດັບ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ອົງ​ການ​ນິ​ຕິ​ບັນ​ຍັດ ແລະ ປະ​ກອບ​ສ່ວນ​ສຳ​ຄັນ​ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ​ກວ່າ.

ຂ່າວ/ບົດ​ອື່ນ