ທ່ານ ຫງວຽນຊີງຮຸ່ງ ແລະ ທ່ານ Thura U Shwe Mann
ພາບ:TTXVN
|
(vovworld)- ໂດຍໄດ້ຮັບຄຳເຊີນຂອງທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊີງຮຸ່ງ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ມຽນມາ ໂດຍທ່ານ Thura U Shwe Mann, ປະທານສະພາຕຳ່, ປະທານສະພາແຫ່ງຊາດ ມຽນມາ ນຳຫນ້າ ພວມຢ້ຽມຢາມຫວຽດນາມຢ່າງເປັນທາງການ. ຕອນເຊົ້າວັນທີ 6/9, ພາຍຫລັງ ພິທີຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຊີງຮຸ່ງ ແລະ ປະທານສະພາແຫ່ງຊາດ Thura U Shwe Mann ໄດ້ດຳເນີນການເຈລະຈາ. ນະທີ່ນີ້ ທ່ານປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ ແລະ ປະທານສະພາແຫ່ງຊາດ Thura U Shwe Mann ເປັນເອກະພາບນຳກັນວ່າ: ສະພາແຫ່ງຊາດສອງປະເທດ ສືບຕໍ່ຫັນບັນດາເນື້ອໃນຂອງຂໍ້ຕົກລົງທີ່ໄດ້ລົງນາມເປັນລະອຽດ, ເພີ່ມທະວີການແລກປ່ຽນຄະນະການນຳສະພາແຫ່ງຊາດ. ສອງຝ່າຍເຫັນດີ ສືບຕໍ່ຮ່ວມມື, ສົມທົບກັນ ແລະ ສະຫນັບສະຫນູນເຊິ່ງກັນ ແລະກັນ ໃນບັນດາເວທີປາໄສລັດຖະສະພາພາກພື້ນ ແລະ ສາກົນ. ກຸ່ມສະມາຊີກສະພາແຫ່ງຊາດສອງປະເທດ ສືບຕໍ່ຮ່ວມມືຢ່າງນຳກັນຢ່າງແຫນ້ນແຟ້ນ, ເປັນຂົວເຊື່ອມຕໍ່ໃຫ້ແກ່ສາຍພົວພັນລະຫວ່າງສອງປະເທດ, ສອງສະພາແຫ່ງຊາດ ແລະ ປະຊາຊົນສອງປະເທດ.
ບົນພື້ນຖານຄວາມເຂົ້າອົກເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈ, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊີງຮຸ່ງ ເຊື່ອໝັ້ນວ່າ: ສອງປະເທດຈະມີບັນດາບາດກ້າວພັດທະນາໃນທຸກຂົງເຂດຢ່າງໝັ້ນຄົງ ເພື່ອຄວາມວັດທະນາຖາວອນຂອງແຕ່ລະປະເທດ, ປະກອບສ່ວນຮັກສາກສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບໃນພາກພື້ນ ແລະ ໃນໂລກ.