ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຕ້ອນຮັບຄະນະຜູ້ແທນສະພາສູງ ແອດສະປາຍ
ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ
ຕ້ອນຮັບຄະນະຜູ້ແທນສະພາສູງ ແອດສະປາຍ
(ພາບ: TTXVN)
(vovworld) – ຕອນບາຍວັນທີ 14/1, ທີ່ການຕ້ອນຮັບຄະນະຜູ້ແທນສະພາສູງ ແອດສະປາຍ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ໄດ້ຕີລາຄາສູງບົດບາດ ແລະ ທີ່ຕັ້ງຂອງ ແອດສະປາຍ ກໍຄື ສະພາສູງ ແອດສະປາຍ ຢູ່ ເອີຣົບ ແລະ ປາດຖະໜາວ່າຈະເພີ່ມທະວີການຮ່ວມມືແລກປ່ຽນບົດຮຽນທັງໃນວຽກງານນິຕິບັນຍັດ, ແລກປ່ຽນຄະນະກໍຄືໃນການພັດທະນາເສດຖະກິດ ແລະ ການສຶກສາ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ເຊື່ອໝັ້ນວ່າການຢ້ຽມຢາມຂອງຄະນະສະມາຊິກສະພາສູງ ແອດສະປາຍ ຈະປະກອບສ່ວນ ເພີ່ມທະວີປັບປຸງການຮ່ວມມືລະຫວ່າງສອງຝ່າຍໃນຫຼາຍຂົງເຂດ,ປະກອບສ່ວນຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດມຸ້ງໄປສູ່ອະນາຄົດຂອງສອງປະເທດ.
ຮອງປະທານຜູ້ທີໜຶ່ງສະພາສູງ ແອດສະປາຍ ທ່ານ Juan Lucas Gimenez - ຫົວໜ້າຄະນະຜູ້ແທນສະພາສູງ ແອດສະປາຍ, ສະແດງຄວາມນິຍົມນັບຖືຕໍ່ກັບການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມໃນສະພາບການເສດຖະກິດໂລກພວມຕົກຢູ່ໃນສະພາບວິກິດການ; ພ້ອມທັງເນັ້ນໜັກວ່າຈະສະໜັບສະໜຸນເພື່ອບັນດາວິສາຫະກິດ ຫວຽດນາມ ລົງທຶນ ແລະ ແຊກຊຶມເຂົ້າຕະຫຼາດ ແອດສະປາຍ ເວົ້າສະເພາະກໍ່ຄືຕະຫຼາດ ເອີຣົບ ເວົ້າລວມ. ທ່ານ Juan Lucas Gimenez ສະເໜີໃຫ້ ຫວຽດນາມ ສະໜັບສະໜູນ ແອດສະປາຍ ໃນການອອກສະໝັກເລືອກຕັ້ງເຂົ້າໃນສະພາຄວາມໝັ້ນຄົງ ສປຊ ໃນເດືອນ 9 ຈະມາເຖີງ ແລະ ຢືນຢັນພ້ອມແລ້ວທີ່ຈະສະໜັບສະໜູນ ຫວຽດນາມ ໃນບັນດາເວທີປາໄສສາກົນ, ກໍ່ຄືໃນບັນຫາຕ່າງໆເຊິ່ງທັງສອງຝ່າຍຕ່າງມີຄວາມສົນໃຈ.
ກ່ອນນັ້ນ, ທີ່ການພົບປະເຈລະຈາລະຫວ່າງຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ແລະ ຄະນະຜູ້ແທນສະພາສູງ ແອດສະປາຍ, ສອງຝ່າຍໄດ້ເຫັນດີເປັນເອກະສັນໃນການເພີ່ມທະວີແລກປ່ຽນຄະນະຜູ້ແທນທຸກຂັ້ນ, ແລກປ່ຽນບົດຮຽນນິຕິບັນຍັດ ແລະ ການ ຕິດຕາມກວດກາ, ກໍ່ຄືສະໜັບສະໜູນເຊີ່ງກັນແລະກັນໃນບັນດາເວທີປາໄສລັດຖະສະພາໂລກ.