(vovworld) - ໂດຍສືບຕໍ່ການເຄື່ອນໄຫວໄປຢ້ຽມຢາມມຽນມາ, ຕອນບາຍວັນທີ 25/7, ທ່ານປະທານ ສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ໄດ້ໃຫ້ການຕ້ອນຮັບທ່ານປະທານລັດຖະສະພາເຂດຢັງກຸງ ແລະ ເຈົ້າຄອງນະຄອນຢັງກຸງ. ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ໄດ້ຕີລາຄາສູງການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງ 2 ປະເທດ, ໃນນັ້ນມີນະຄອນໂຮ່ຈີມິນ ແລະ ນະຄອນຢັງກຸງ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຊິງຮຸ່ງ ສະແດງຄວາມເຊື່ອໝັ້ນວ່າ ດ້ວຍບັນດາຈຸດທີ່ຄ້າຍຄືກັນທາງດ້ານພູມິປະເທດ ແລະ ທ່າແຮງດ້ານເສດຖະກິດ, 2 ນະຄອນຈະສືບຕໍ່ຮ່ວມມືຢ່າງມີປະສິດທິຜົນໃນຂົງເຂດການຄ້າ, ການບໍລິການ, ທ່ອງທ່ຽວ, ເຕັກໂນໂລຢີຜະລິດ.... ປະກອບສ່ວນຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງ 2 ປະເທດ. ທ່ານປະທານສະພາ ແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ສະເໜີທ່ານເຈົ້າຄອງນະຄອນຈົ່ງກະທົບເຖິງລັດຖະບານມຽນມາ ເພື່ອພິຈາລະນາ, ສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດຫວຽດນາມໄປລົງທຶນຢູ່ ມຽນມາ, ພິເສດແມ່ນບັນດາໂຄງການລົງທຶນຢູ່ເຂດຢັງກຸງ ໃຫ້ໄດ້ຜັນຂະຫຍາຍປະຕິບັດຢ່າງສະດວກ ແລະ ວ່ອງໄວ. ກ່ອນໜ້ານັ້ນ ຄືໃນຕອນເຊົ້າວັນທີ 25/07, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ໄດ້ມີບົດກ່າວປາໄສທີ່ກອງປະຊຸມຄົບຄະນະຂອງສະພາແຫ່ງຊາດສະຫະພາບ ມຽນມາ. ທ່ານປະທານສະພາແຫ່ງຊາດ ຢືນຢັນວ່າ ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ໄວ້ເນື້ອເຊື່ອໃຈ ແລະ ສະໜິດແໜ້ນລະຫວ່າງຫວຽດນາມ - ມຽນມາ ຈະນັບມື້ນັບພັດທະນາ. ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ ເຊື່ອໝັ້ນວ່າ ສະພາແຫ່ງຊາດ ມຽນມາ ຈະຮ່ວມເດີນທາງພ້ອມກັບລັດຖະບານມຽນມາ ໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດໃຫ້ຈະເລີນຮຸງເຮືອງ, ນຳມາເຊິງຄວາມອີ່ມໜຳສຳລານ ແລະ ສົມບູນພຸນສຸກໃຫ້ແກ່ປະຊາຊົນ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຊີ້ແຈ້ງວ່າ.
“ເລື່ອງສືບຕໍ່ເພີ່ມທະວີ, ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດຫວຽດນາມ - ມຽນມາ ບໍ່ພຽງແຕ່ແມ່ນຄວາມຕ້ອງານພັດທະນາຢ່າງພາວະວິໄສເທົ່ານັ້ນ ຫາກຍັງແມ່ນຄວາມມຸ່ງມາດປາດຖະໜາຂອງປະຊາຊົນ, ແມ່ນໜ້າທີ່ຮັບຜິດຊອບຂອງການນຳ 2 ປະເທດ, ແມ່ນປັດໃຈຮັບປະກັນປະຕິບັດວິວັດການປ່ຽນໃໝ່ ແລະ ພັດທະນາຂອງແຕ່ລະປະເທດຢ່າງມີໄຊອີກດ້ວຍ; ພ້ອມທັງປະກອບສ່ວນຮັກສາ, ປັບປຸງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ວັດທະນາຖາອວນຢູ່ພາກພື້ນ ແລະ ໃນໂລກອີກດ້ວຍ”.