ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເປັນ​ປະ​ທານ​ການ​ເຮັດ​ວຽກ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ລະ​ດົມ​ກຳ​ລັງ​ໃຈ​ດ້ານ​ອຸດ​ສາ​ຫະ​ກຳ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ເນັ້ນໜັກວ່າ ແຜນຮ່າງກົດໝາຍວ່າດ້ວຍອຸດສາຫະກຳການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ລະດົບກຳລັງໃຈດ້ານອຸດສາຫະກຳ ມີຄວາມໝາຍສຳຄັນພິເສດທີ່ສຸດ.
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເປັນ​ປະ​ທານ​ການ​ເຮັດ​ວຽກ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ລະ​ດົມ​ກຳ​ລັງ​ໃຈ​ດ້ານ​ອຸດ​ສາ​ຫະ​ກຳ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ການເຮັດວຽກ (ພາບ:TTXVN)

ຕອນເຊົ້າວັນທີ 21 ກຸມພາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ເປັນປະທານການເຮັດວຽກກັບຄະນະປະຈຳ ກຳມາທິການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ແລະ ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ທີ່ກ່ຽວຂ້ອງເຖິງ ຮ່າງກົດໝາຍວ່າດ້ວຍອຸດສາຫະກຳປ້ອງກັນຊາດ ແລະ ຄວາມສະຫງົບ ແລະ ລະດົມກຳລັງໃຈດ້ານອຸດສາຫະກຳ.

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ເນັ້ນໜັກວ່າ ແຜນຮ່າງກົດໝາຍວ່າດ້ວຍອຸດສາຫະກຳການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ລະດົບກຳລັງໃຈດ້ານອຸດສາຫະກຳ ມີຄວາມໝາຍສຳຄັນພິເສດທີ່ສຸດ, ມີຫຼາຍນະໂຍບາຍພິເສດພິເສດ, ບຸກທະລຸເພື່ອເພີ່ມທະວີ, ປັບປຸງການພັດທະນາອຸດສາຫະກຳດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນດ້ານເສດຖະກິດຂອງປະເທດຊາດ. ເພາະສະນັ້ນ, ທ່ານປະທານສະພາແຫ່ງຊາດ ຮຽກຮ້ອງວ່າ:

ພວກເຮົາຕ້ອງມີການກະກຽມ ເນື້ອໃນນີ້ຢ່າງລະອຽດ. ນີ້ແມ່ນໂອກາດເພື່ອປະຕິບັດສຳເລັດແລວນິຕິກຳ ເປັນຢ່າງດີ ທີ່ສຸດ ໃຫ້ແກ່ການພັດທະນາອຸດສາຫະກຳປ້ອງກັນຊາດ, ປ້ອງກັນຄວາມສະຫງົບຕາມທິດມີຫຼາຍເປົ້າໝາຍນຳໃຊ້, ສົມທົບກັບອຸດສາຫະກຳພົນລະເຮືອນ ຢ່າງແໜ້ນແຟ້ນ ເພື່ອກາຍເປັນປາຍແຫຼມຂອງອຸດສາຫະກຳແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ