ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ: ເປັນ​ເຈົ້າ​ການ​ສ້າງ​ບັນ​ດາ​ແຜນ​ຮ່າງ​ໂດຍ​ໄວ ເພື່ອ​ຮັບ​ປະ​ກັນ​ຄຸນ​ນະ​ພາບ​ດີ​ກ່​ວາ

(VOVWORLD) -ໃນບັນດາຫົວເລື່ອງ  ມີຫົວເລື່ອງສະເພາະກ່ຽວກັບຍຸດທະສາດການສ້າງລະບົບກົດໝາຍໃຫ້ສົມບູນແບບ ແລະ ຈັດຕັ້ງການປະຕິບັດກົດໝາຍຮອດປີ 2030, ການກຳນົດທິດຮອດປີ 2045...
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ: ເປັນ​ເຈົ້າ​ການ​ສ້າງ​ບັນ​ດາ​ແຜນ​ຮ່າງ​ໂດຍ​ໄວ ເພື່ອ​ຮັບ​ປະ​ກັນ​ຄຸນ​ນະ​ພາບ​ດີ​ກ່​ວາ - ảnh 1

 (ພາບ: TTXVN)

   ຕອນບ່າຍວັນທີ 26 ສິງຫາ, ທ່ານປະທານສະພາແຫ່ງຊາດ ເວືອງດິນເຮ້ວ ເປັນປະທານວາລະປະຊຸມຄັ້ງປະຖົມມະລຶກ ຄະນະຊີ້ນຳການສ້າງບັນດາຫົວເລື່ອງສະເພາະຂຶ້ນກັບແຜນຮ່າງ “ຍຸດທະສາດການສ້າງລັດແຫ່ງນິຕິບັນຍັດສັງຄົມນິຍົມຫວຽດນາມ ຮອດປີ 2030 ເປັນສົມບູນແບບ, ການກຳນົດທິດຮອດປີ 2045” ໄດ້ຈັດຂຶ້ນຢູ່ຫໍສະພາແຫ່ງຊາດ. ໃນບັນດາຫົວເລື່ອງ  ມີຫົວເລື່ອງສະເພາະກ່ຽວກັບຍຸດທະສາດການສ້າງລະບົບກົດໝາຍໃຫ້ສົມບູນແບບ ແລະ ຈັດຕັ້ງການປະຕິບັດກົດໝາຍຮອດປີ 2030, ການກຳນົດທິດຮອດປີ 2045; ຫົວເລື່ອງສະເພາະກ່ຽວກັບການປ່ຽນແປງໃໝ່ອົງການຈັດຕັ້ງ, ຍົກສູງຄຸນນະພາບການເຄື່ອນໄຫວຂອງສະພາແຫ່ງຊາດ ຕອບສະໜອງຄຳຮຽກຮ້ອງໃນການສ້າງລັດແຫ່ງນິຕິບັນຍັດສັງຄົມນິຍົມຫວຽດນາມ.

  ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິນເຮ້ວ ເນັ້ນໜັກວ່າ ເພື່ອປະຕິບັດໜ້າທີ່ນີ້, ຕ້ອງກຳນົດແຈ້ງກ່ວາ ບົດບາດ, ທີ່ຕັ້ງ, ພາລະໜ້າທີ່ ແລະ ສິດອຳນາດຂອງບັນດາອົງການແຫ່ງລັດ ໃນການປະຕິບັດບັນດາສິດບໍລິຫານ, ນິຕິບັນຍັດ, ຕຸລະການ ບົນພື້ນຖານບັນດາຫຼັກການສິດນິຕິບັນຍັດ, ຮັບປະກັນສິດອຳນາດແຫ່ງລັດແມ່ນເອກະພາບ, ມີການຈັດແບ່ງຈະແຈ້ງ, ສົມທົບກັນຢ່າງແໜ້ນແຟ້ນ ແລະ ເພີ່ມທະວີການຄວບຄຸມສິດອຳນາດ.

ຕອບກັບ

ຂ່າວ/ບົດ​ອື່ນ