ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕ້ອນຮັບທ່ານເອກອັກຄະລັດຖະທູດ ຮຸງກາຣີ
(VOVWORLD) - ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ຕີລາຄາສູງບັນດາຄວາມຄືບໜ້າທີ່ຕັ້ງໜ້າໃນການພົວພັນລະຫວ່າງສອງປະເທດ.
ທ່ານ ເວືອງດິ່ງເຫວະ ປະທານສະພາແຫ່ງຊາດ ສສ ຫວຽດນາມ ຕ້ອນຮັບ ທ່ານ Ory Csaba, ເອກອັກຄະລັດຖະທູດ ຮຸງກາຣີ |
ຕອນບ່າຍວັນທີ 31 ພຶດສະພາ, ທີ່ຫໍປະຊຸມສະພາແຫ່ງຊາດ, ທ່ານ ເວືອງດິ່ງເຫວະ, ປະທານສະພາແຫ່ງຊາດ ສສ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Ory Csaba, ເອກອັກຄະລັດຖະທູດ ຮຸງກາຣີ ປະຈຳ ຫວຽດນາມ. ທີ່ການຕ້ອນຮັບ, ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ຕີລາຄາສູງບັນດາຄວາມຄືບໜ້າທີ່ຕັ້ງໜ້າໃນການພົວພັນລະຫວ່າງສອງປະເທດ. ພິເສດ, ໃນປີ 2018, ເນື່ອງໃນໂອກາດການຢ້ຽມຢາມ ຮຸງກາຣີ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ພັກກອມມູນິດ ຫງວຽນຝູຈ້ອງ, ສອງຝ່າຍໄດ້ຍົກລະດັບການພົວພັນລະຫວ່າງສອງປະເທດຂຶ້ນເປັນຄູ່ຮ່ວມມືຮອບດ້ານ, ສະແດງໃຫ້ເຫັນຄວາມຕັດສິນໃຈຂອງການນຳສອງປະເທດ ໃນການເຮັດໃຫ້ການຮ່ວມມືສອງຝ່າຍເລິກເຊິ່ງກ່ວາອີກ. ດ້ວຍບົດຮຽນປະສົບການເຮັດວຽກຢູ່ ຫວຽດນາມ, ກໍ່ຄືບົດບາດເຄີຍເປັນສະມາຊິກລັດຖະສະພາ, ທ່ານເອກອັກຄະລັດຖະທູດ Ory Csaba, ໄດ້ແບ່ງປັນກັບທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່ຽວກັບໝາກຜົນການຮ່ວມມືລະຫວ່າງສະພາແຫ່ງຊາດ ຮຸງກາຣີ ແລະ ຫວຽດນາມ ໃນໄລຍະຜ່ານມາ, ໃນນັ້ນ, ຕາມທ່ານເອກອັກຄະລັດຖະທູດ ແລ້ວ, ຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດໄດ້ປະກອບສ່ວນເຮັດໃຫ້ການພົວພັນລະຫວ່າງອົງການນິຕິບັນຍັດສອງປະເທດເລິກເຊິ່ງຂຶ້ນຕື່ມ, ພ້ອມກັນນັ້ນ ແມ່ນການຈັດຕັ້ງການໂອ້ລົມສົນທະນາຫົວເລື່ອງສະເພາະຄັ້ງຕ່າງໆຢ່າງມີປະສິດທິຜົນ ແລະ ແທດຈິງທີ່ສຸດ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເຫັນດີເປັນເອກະພາບກັບຄວາມເຫັນຂອງທ່ານເອກອັກຄະລັດຖະທູດ ຮຸງກາຣີ ແລະ ຖືວ່າ, ຂໍ້ຕົກລົງຮ່ວມມືນີ້ມີປະສິດທິຜົນທີ່ສຸດ, ຕ້ອງສືບຕໍ່ໄດ້ຮັບການຜັນຂະຫຍາຍເພື່ອເປັນພື້ນຖານຊຸກຍູ້ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດຢ່າງແທດຈິງ ແລະ ມີປະສິດທິຜົນກ່ວາເກົ່າໃນໄລຍະຈະມາເຖິງ.