ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ອວຍພອນປະທານສະພາໃຫ້ຄຳປຶກສາອິດສະລາມ ອີຣານ
(VOVWORLD) -ໃນຈົດໝາຍ, ທ່ານປະທານສະພາແຫ່ງຊາດໄດ້ອວຍພອນໃຫ້ລັດ ແລະ ປະຊາຊົນ ອີຣານ ສືບຕໍ່ພັດທະນາ ແລະ ມີຄວາມວັດທະນາຖາວອນ
ທ່ານ Mohammad Badher Ghalibaf,
ປະທານສະພາໃຫ້ຄຳປຶກສາປະເທດສາທາລະນະລັດອິດສະລາມ ອີຣານ
ພາບ: AFP/TTXVN
|
ເນື່ອງໃນໂອກາດສະເຫຼີມສະຫຼອງ 43 ປີແຫ່ງວັນຊາດປະເທດສາທາລະນະລັດ ອິດສະລາມ ອີຣານ (11 ກຸມພາ 1979 – 11 ກຸມພາ 2022), ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ສົ່ງຈົດໝາຍອວຍພອນເຖິງທ່ານ Mohammad Badher Ghalibaf, ປະທານສະພາໃຫ້ຄຳປຶກສາປະເທດສາທາລະນະລັດອິດສະລາມ ອີຣານ. ໃນຈົດໝາຍ, ທ່ານປະທານສະພາແຫ່ງຊາດໄດ້ອວຍພອນໃຫ້ລັດ ແລະ ປະຊາຊົນ ອີຣານ ສືບຕໍ່ພັດທະນາ ແລະ ມີຄວາມວັດທະນາຖາວອນ; ອວຍພອນໃຫ້ການພົວພັນມິດຕະພາບ, ຮ່ວມມືທີ່ເປັນມູເຊື້ອລະຫວ່າງປະຊາຊົນ 2 ປະເທດເວົ້າລວມ, ລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາໃຫ້ຄຳປຶກສາອິດສະລາມ ອີຣານ ເວົ້າສະເພາະ ໃຫ້ນັບມື້ນັບໄດ້ຮັບການປັບປຸງ ແລະ ພັດທະນາ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ ແລະ ໃນໂລກ.