ທ່ານປະທານາທິບໍດີທີ່ຫາກໍ່ໄດ້ຮັບໄຊຊະນະໃນການເລືອກຕັ້ງອາເມລິກາປະກາດຄະນະປະຕິບັດງານຮັບມືກັບໂລກລະບາດໂຄວິດ-19

(VOVWORLD) -ທ່ານປະທານາທິບໍດີທີ່ຫາກໍ່ຮັບໄຊຊະນະໃນການເລືອກຕັ້ງອາເມລິກາ Joe Biden ໄດ້ປະກາດຄະນະປະຕິບັດງານຮັບຜິດຊອບປະຕິກິລິຍາພິເສດຂອງອຳນາດການປົກຄອງໃໝ່ ທີ່ກ່ຽວຂ້ອງເຖິງໂລກລະບາດໂຄວິດ-19.

ທ່ານປະທານາທິບໍດີທີ່ຫາກໍ່ໄດ້ຮັບໄຊຊະນະໃນການເລືອກຕັ້ງອາເມລິກາປະກາດຄະນະປະຕິບັດງານຮັບມືກັບໂລກລະບາດໂຄວິດ-19 - ảnh 1 ທ່ານ Xavier Becerra ຫົວໜ້າອົງການໄອຍະການລັດ California

ດຳລົງຕຳແໜ່ງລັດຖະມົນຕີກະຊວງສາທາລະນະສຸກ ແລະ ການບໍລິການຊີວິດມະນຸດ

(ພາບ: nbcnews.com)

ຕອນເຊົ້າວັນທີ 09 ທັນວາ (ຕາມເວລາຫວຽດນາມ), ທ່ານປະທານາທິບໍດີທີ່ຫາກໍ່ຮັບໄຊຊະນະໃນການເລືອກຕັ້ງອາເມລິກາ Joe Biden ໄດ້ປະກາດຄະນະປະຕິບັດງານຮັບຜິດຊອບປະຕິກິລິຍາພິເສດຂອງອຳນາດການປົກຄອງໃໝ່ ທີ່ກ່ຽວຂ້ອງເຖິງໂລກລະບາດໂຄວິດ-19. ທີ່ກອງປະຊຸມຂ່າວຢູ່ Delaware, ທ່ານ Joe Biden ໄດ້ແນະນຳທ່ານ Xavier Becerra ຫົວໜ້າອົງການໄອຍະການລັດ California ດຳລົງຕຳແໜ່ງລັດຖະມົນຕີກະຊວງສາທາລະນະສຸກ ແລະ ການບໍລິການຊີວິດມະນຸດ; ທ່ານປະລິນຍາເອກ Rochelle Walensk ດຳລົງຕຳແໜ່ງເປັນຫົວໜ້າສູນຄວບຄຸມ ແລະ ສະກັດກັ້ນໂລກລະບາດອາເມລິກາ; ທ່ານປະລິນຍາເອກ Athony Fauci - ນັກຊ່ຽວຊານແຖວໜ້າອາເມລິກາ ກ່ຽວກັບພະຍາດຕິດແປດ ດຳລົງຕຳແໜ່ງເປັນທີ່ປຶກສາໃນບັນຫາໂຄວິດ-19. ສິ່ງທີ່ໜ້າສົນໃຈ, ທ່ານທີ່ປຶກສາດ້ານເສດຖະກິດ Jeff Zients ໄດ້ຄັດເລືອກໃຫ້ເປັນຜູ້ຮັບຜິດຊອບໃນການຮັບມືກັບໂລກລະບາດ.

        ຕາມທ່ານ Joe Biden ແລ້ວ, ນີ້ “ບໍ່ແມ່ນຖະແຫຼງການທາງດ້ານການເມືອງ ຫາກຍັງແມ່ນການກະທຳຮັກຊາດ”. ທ່ານ Biden ກໍ່ຮຽກຮ້ອງໃຫ້ສະພາແຫ່ງຊາດ ໃຫ້ສັດຕະຍາບັນບ້ວງງົບປະມານຢ່າງພຽງພໍເພື່ອຮັບປະກັນການແຈກຢາຍວັກຊິນ ໃນທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ