ທ່ານປະທານາທິບໍດີ ລັດເຊຍ: ອາເມລິກາ ຮັບຮອງເອົາເຂດ ພູພຽງ Golan ຂຶ້ນກັບອະທິປະໄຕຂອງ ອິດສະຣາແອັນ ແມ່ນ ລະເມີດມະຕິຂອງ ສປຊ
(VOVWORLD) -ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຖະແຫຼງວ່າ ຂໍ້ຕົກລົງຂອງ ອາເມລິກາ ກ່ຽວກັບການຮັບຮອງເອົາເຂດພູພຽງ Golan ແມ່ນຂຶ້ນກັບອະທິປະໄຕຂອງ ອິດສະຣາແອັນ ແມ່ນ ລະເມີດບັນດາມະຕິຂອງສະພາຄວາມໝັ້ນຄົງ ສປຊ.
ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: TTXVN) |
ວັນທີ 8 ເມສາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຖະແຫຼງວ່າ ຂໍ້ຕົກລົງຂອງ ອາເມລິກາ ກ່ຽວກັບການຮັບຮອງເອົາເຂດພູພຽງ Golan ແມ່ນຂຶ້ນກັບອະທິປະໄຕຂອງ ອິດສະຣາແອັນ ແມ່ນ ລະເມີດບັນດາມະຕິຂອງສະພາຄວາມໝັ້ນຄົງ ສປຊ. ກ່າວຄໍາເຫັນທີ່ການຖະແຫຼງຂ່າວຮ່ວມ ພາຍຫຼັງສິ້ນສຸດການເຈລະຈາກັບຄູ່ຕໍາແໜ່ງ ຕວກກີ Recep Tayyip Erdogan ເຊິ່ງພວມມີການຢ້ຽມຢາມຢູ່ ລັດເຊຍ, ທ່ານປະທານາທິບໍດີ Putin ເນັ້ນໜັກວ່າ: “ເລື່ອງຮັບຮອງເອົາເຂດ ພູພຽງ Golan ແມ່ນສ່ວນໜຶ່ງຂອງ ອິດສະຣາແອັນ ນັ້ນ, ຄືດັ່ງພວກທ່ານໄດ້ຮັບຮູ້ຫຼັກໝັ້ນຂອງລັດເຊຍ ທີ່ໄດ້ຍົກອອກໃນຖະແຫຼງການຂອງກະຊວງການຕ່າງປະເທດແລ້ວວ່າ ຂໍ້ຕົກລົງດັ່ງກ່າວຂອງ ອາເມລິກາ ແມ່ນໄປຝືນກັບບັນດາມະຕິຂອງ ສປຊ”.
ການນໍາລັດເຊຍ ໃຫ້ຮູ້ຕື່ມອີກວ່າ, ທີ່ການເຈລະຈາດັ່ງກ່າວ ການນໍາສອງປະເທດ ໄດ້ປຶກສາຫາລືກ່ຽວກັບ ສະພາບການຮ່ວມມືລະຫວ່າງສອງຝ່າຍ ໃນຂົງເຂດເຕັກນິກການທະຫານ. ທ່ານ Putin ໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ສະໜອງບັນດາຜະລິດຕະພັນການທະຫານໃຫ້ ຕວກກີ ພ້ອມທັງສະແດງຄວາມຫວັງວ່າ ສອງປະເທດ ອາດຈະມຸ່ງໄປສູ່ການຮ່ວມມືກັນໃນການຄົ້ນຄວ້າ ແລະ ຜະລິດເຕັກນິກການທະຫານເຕັກໂນໂລຢີສູງ.