ທ່ານປະທານາທິບໍດີ ສ.ສະຫະພັນເຢຍລະມັນ ແລະ ພັນລະຍາກະກຽມຢ້ຽມຢາມທາງລັດຖະກິດ ຢູ່ຫວຽດນາມ
(VOVWORLD) - ການຢ້ຽມຢາມໄດ້ຮັບການປະຕິບັດຕາມຄຳເຊື້ອເຊີນຂອງທ່ານປະທານປະເທດ ສສ.ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາ.
ນ Frank- Walter Steinmeier ປະທານາທິບໍດີ ສ.ສະຫະພັນເຢຍລະມັນ (ພາບ: DW) |
ວັນທີ 18 ມັງກອນ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ອອກແຈ້ງການໂດຍໃຫ້ຮູ້ວ່າ ທ່ານ Frank- Walter Steinmeier ປະທານາທິບໍດີ ສ.ສະຫະພັນເຢຍລະມັນ ແລະ ພັນລະຍາຈະໄປຢ້ຽມຢາມທາງລັດຖະກິດ ຢູ່ ຫວຽດນາມ ໃນລະຫວ່າງວັນທີ 23 – 24 ມັງກອນ. ການຢ້ຽມຢາມໄດ້ຮັບການປະຕິບັດຕາມຄຳເຊື້ອເຊີນຂອງທ່ານປະທານປະເທດ ສສ.ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາ.