ທ່ານປະທານາທິບໍດີ ອະຟະລິກາໃຕ້ ຕີລາຄາສູງບັນດາ ຜົນງານຂອງ ຫວຽດນາມ
ທ່ານ ເລຮຸຍຮ່ວາງ ແລະ ທ່ານປະທານາທິບໍດີ Jacob Zuma
(vovworld) – ການຕີລາຄາຂອງທ່ານປະທານາທິບໍດີ Jacob Zuma ໃນວັນທີ 16/10 ເມື່ອໄດ້ຮັບຈົດໝາຍມອບພາລະຈາກເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳອະຟະລິກາ,ທ່ານ ເລຮຸຍຮ່ວາງ.ທ່ານປະທານາທິບໍດີ Jacob Zuma ເນັ້ນໜັກວ່າ ການນຳແລະປະຊາຊົນອະຟະລິກາໃຕ້ຍາມໃດກໍ່ມີຄວາມນັບຖືນ້ຳໃຈອົງອາດກະຫານຂອງປະຊາຊົນຫວຽດນາມໃນການຕໍ່ສູ້ເພື່ອເອກະລາດ,ອິດສະຫຼະພາບແລະໂຮມປະເທດຊາດເປັນເອກະພາບເມື່ອກ່ອນ,ຖືວ່ານັ້ນເປັນແຫຼ່ງປຸກລະດົມກຳລັງໃຈ,ເປັນແບບຢ່າງເພື່ອ ເຮັດໃຫ້ການຕໍ່ສູ້ຕ້ານລັດທິ Apartheid ຂອງປະຊາຊົນອະຟະລິກາໃຕ້ໄດ້ ຮັບໄຊຊະນະ.ທ່ານປະທານາທິບໍດີ Zuma ກໍ່ຫວັງວ່າ ທ່ານ ເອກອັກຄະລັດ ຖະທູດ ເລຮຸຍຮ່ວາງ ຕັ້ງໜ້າເປັນຂົວຕໍ່,ປະກອບສ່ວນປັບປຸງແລະພັດທະນາ ສາຍພົວພັນມິດຕະພາບແລະການຮ່ວມມືອັນດີງາມລະຫວ່າງລັດຖະບານແລະປະຊາຊົນສອງປະເທດ ຫວຽດນາມ - ສ. ອະຟະລິກາໃຕ້.