ທ່ານປະທານາທິບໍດີ ອາເມລິກາ ຕີລາຄາຢ່າງຕັ້ງໜ້າ ກ່ຽວກັບເລື່ອງລົງນາມໃນຂໍ້ຕົກລົງກັບ ສປປ.ເກົາຫຼີີ ແລະ ຈີນ

(VOVWORLD) -ການເຈລະຈາດ້ານການຄ້າຂັ້ນສູງ ລະຫວ່າງ ອາເມລິກາ ແລະ ຈີນ ເຊິ່ງໄດ້ສິ້ນສຸດລົງ ເມື່ອວັນ 01 ກຸມພາ ກໍນໍາມາເຊິ່ງໝາກຜົນດີພໍສົມຄວນ. 

        ວັນທີ 03 ກຸມພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump  ໃຫ້ຮູ້ວ່າ ທ່ານເຫັນໄດ້ກາລະໂອກາດ ທີ່ດີີ ເພື່ອບັນລຸໄດ້ຂໍ້ຕົກລົງ ກັບ ສປປ.ເກົາຫຼີ ກ່ຽວກັບການລົບລ້າງອາວຸດນິວເຄຼຍ ແລະ ຂໍ້ຕົກລົງ ສະບັບໜຶ່ງກັບ ຈີນ ກ່ຽວກັບ ບັນຫາການຄ້າ. ທ່ານປະທານາທິບໍດີ Donald Trump   ໃຫ້ຮູ້ວ່າ ອາເມລິກາ ແລະ ສປປ.ເກົາຫຼີ ໄດ້ເຫັນດີກ່ຽວກັບ ວັນເວລາ ແລະ ສະຖານທີ່ຈັດຕັ້ງກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່່າງ ທ່ານ ກັບການນໍາ Kim Jong Un ແລະ ອາດຈະແຈ້ງໃຫ້ຊາບລ່ວງໜ້າ  ຫຼື ໃນເມື່ອທ່ານອ່ານສານຂອງສະຫະລັດໃນວັນທີ 5 ກຸມພາ ຈະມາເຖິງ. ບັນດາການເຈລະຈາດ້ານວິຊາການ ກັບ ສປປ.ເກົາຫຼີ ພວມມີຄວາມເປັນໄປໄດ້ດີ ແລະ ແທດຈິງກວ່າ.

        ໃນຂະນະນັ້ນ, ການເຈລະຈາດ້ານການຄ້າຂັ້ນສູງ ລະຫວ່າງ ອາເມລິກາ ແລະ ຈີນ ເຊິ່ງໄດ້ສິ້ນສຸດລົງ ເມື່ອວັນ 01 ກຸມພາ ກໍນໍາມາເຊິ່ງໝາກຜົນດີພໍສົມຄວນ. ຈີນ ໄດ້ມີການເຈລະຈາກ່ຽວກັບບັນດາຄໍາໝັ້້ນສັນຍາ ເພີ່ມທະວີສິນຄ້ານໍາເຂົ້າຈາກ ອາເມລິກາ, ຕອບສະໜອງ ໄດ້ບາງຄໍາໝັ້ນສັນຍາເພີ່່ມທະວີີປະລິມານສິນຄ້ານໍາເຂົ້າຈາກ ອາເມລິກາ, ຕອບສະໜອງໄດ້ບາງຄໍາຮຽກຮ້ອງຕ້ອງການທີ່ເປັນແກ່ນສານຂອງ ວໍຊີງຕັນ ສໍາລັບປັກກິ່ງ. ເລື່ອງສະເໜີຈັດຕັ້ງການເຈລະຈາສຸດຍອດໃນອະນາຄົດລະຫວ່າງທ່ານປະທານາທິບໍດີ Donald Trump   ແລະ ປະທານປະເທດຈີນ ສີຈິ້ນຜິງ, ອາດຈະຖືກຈັດຂຶ້ນໃນເດືອນກຸມພານີ້.


ຕອບກັບ

ຂ່າວ/ບົດ​ອື່ນ