ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Donald Trump ຢຸດຕິ​ບຸລິ​ມະ​ສິດ​ດ້ານ​ການ​ຄ້າ​ສໍາລັບ​ ຮົ່ງກົງ (ຈີນ)

(VOVWORLD) - ກ່າວຄໍາເຫັນໃນກອງປະຊຸມຖະແຫຼງຂ່າວ ຢູ່ທໍານຽບຂາວໃນວັນທີ 14 ກໍລະກົດ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ປະກາດໃຊ້ລັດຖະດໍາລັດວ່າດ້ວຍການຢຸດຕິບັນດາບຸລິມະສິດທາງດ້ານການຄ້າ ສໍາລັບເຂດປົກຄອງພິເສດ ຮົ່ງກົງ (ຈີນ), ກ່ຽວຂ້ອງເຖິງເລື່ອງ ຈີນ ປະກາດໃຊ້ກົດໝາຍວ່າດ້ວຍການປ້ອງກັນຄວາມສະຫງົບແຫ່ງຊາດ ຢູ່ ຮົ່ງກົງ.
ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Donald Trump ຢຸດຕິ​ບຸລິ​ມະ​ສິດ​ດ້ານ​ການ​ຄ້າ​ສໍາລັບ​ ຮົ່ງກົງ (ຈີນ) - ảnh 1ຢູ່ຮົ່ງກົງ, ຈີນ ໃນວັນທີ 01 ພຶດສະພາ 2020 (ພາບ: TTXVN)

        ທ່ານປະທານທິບໍດີ Donald Trump ຊີ້ແຈ້ງວ່າ ປັດຈຸບັນ,  ອາເມລິກາ ຈະປະພຶດຕໍ່ ຮົ່ງກົງ ຄືກັບ ຈີນ, ຕາມນັ້ນແລ້ວ  “ບໍ່ມີສິດພິເສດ, ບໍ່ໄດ້ຮັບການປະພຶດພິເສດກ່ຽວກັບດ້ານເສດຖະກິດ ແລະ ບໍ່ມີການສົ່ງອອກເຕັກໂນໂລຢີຫຼໍ່ແຫຼມ”. ທ່ານ Donald Trump ໃຫ້ຮູ້ວ່າ, ທ່ານໄດ້ເຊັນປະກາດໃຊ້ກົດໝາຍວ່າດ້ວຍ ຮົ່ງກົງ ໂດຍສະພາແຫ່ງຊາດ ອາເມລິກາ ໄດ້ຮັບຮອງເອົາໃນເດືອນກໍລະກົດນີ້, ຕາມນັ້ນແລ້ວ, ໄດ້ອະນຸຍາດໃຫ້ໝູນໃຊ້ບັນດາມາດຕະການລົງໂທດທີ່ແນໃສ່ບັນດາເຈົ້າໜ້າທີ່ ຈີນ ທີ່ມີສ່ວນກ່ຽວຂ້ອງເຖິງກົດໝາຍວ່າດ້ວຍການປ້ອງກັນຄວາມສະຫງົບແຫ່ງຊາດສະບັບດັ່ງກ່າວ, ລວມທັງການປັບໄໝລົງໂທດທະນາຄານແຫ່ງຕ່າງໆທີ່ມີການແລກປ່ຽນກັບບຸກຄົນດັ່ງກ່າວ.

        ມີປະຕິກິລິຍາພາຍຫຼັງການຖະແຫຼງດັ່ງກ່າວຂອງ ທ່ານ Donald Trump, ວັນທີ 15 ກໍລະກົດ, ກະຊວງການຕ່າງປະເທດ ຈີນ ໄດ້ອອກຖະແຫຼງການໂດຍຖືວ່າ ການກະທໍາຂອງ ອາເມລິກາ ແມ່ນການ “ໃສ່ຮ້າຍປ້າຍສີ ດ້ວຍຈຸດປະສົງບໍ່ດີຕໍ່ເລື່ອງສ້າງກົດໝາຍວ່າດ້ວຍການປ້ອງກັນຄວາມສະຫງົບແຫ່ງຊາດ ຢູ່ ຮົ່ງກົງ, ນາບຂູ່ຈະລົງໂທດຈີນ, ແມ່ນການກະທໍາລະເມີດກົດໝາຍສາກົນ ແລະ ບັນດາຫຼັກການພື້ນຖານໃນການພົວພັນສາກົນຢ່າງຮ້າຍແຮງ ແລະ ແມ່ນການແຊກແຊງຢ່າງບັງອາດເຂົ້າວຽກງານພາຍໃນ ຂອງ ຮົ່ງກົງ ແລະວຽກງານພາຍໃນຂອງ ຈີນ.

        ປັກກິ່ງ ກໍໄດ້ຖະແຫຼງວ່າ ຈະມີບັນດາປະຕິກິລິຍາທີ່ຈໍາເປັນເພື່ອປົກປ້ອງຜົນປະໂຫຍດອັນຊອບທໍາຂອງຕົນ, ລົງໂທດບັນດາສ່ວນບຸກຄົນ ແລະ ອົງການທີ່ກ່ຽວຂ້ອງຂອງ ອາເມລິກາ; ພ້ອມທັງເລັ່ງລັດໃຫ້ ອາເມລິກາ ແກ້ໄຂຄວາມຜິດພາດທີ່ວ່າ “ບໍ່ໄດ້ປະຕິບັດອັນທີ່ເອີ້ນວ່າ ກົດດໍາລັດເປັນເຈົ້າຕົນເອງຂອງ ຮົ່ງກົງ”, ຢຸດຕິການແຊກແຊງເຂົ້າວຽກງານພາຍໃນຂອງ ຈີນ ໃນທັນທີ. ຖະແຫຼງການ ກໍກ່າວເຕືອນວ່າ, ຖ້າຫາກ ອາເມລິກາ ຍັງເຮັດຕາມໃຈຂອງຕົນນັ້ນ, ຈີນ ຈະໂຕ້ຕອບຢ່າງເດັດຂາດ”.

ຟ້າມຮວັນ, ບິກທ້ວນ - ນັກຂ່າວ VOV ປະຈໍາ ຢູ່ ອາເມລິກາ, ຈີນ

ຕອບກັບ

ຂ່າວ/ບົດ​ອື່ນ