ທ່ານປະທານາທິບໍດີ Vladimir Putin ຖະແຫຼງອອກສະໝັກຮັບເລືອກຕັ້ງເປັນປະທານາທິບໍດີ ລັດເຊຍ ປີ 2018

(VOVWORLD) - ກ່າວຄຳເຫັນໃນວັນທີ 06 ທັນວາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຖະແຫຼງຢ່າງເປັນທາງການວ່າ
ທ່ານປະທານາທິບໍດີ Vladimir Putin ຖະແຫຼງອອກສະໝັກຮັບເລືອກຕັ້ງເປັນປະທານາທິບໍດີ ລັດເຊຍ ປີ 2018 - ảnh 1 ທ່ານປະທານາທິບໍດີ Vladimir Putin (ພາບ: TTXVN)

ຈະສືບຕໍ່ອອກຫາສຽງເລືອກຕັ້ງເປັນປະທານາທິບໍດີ ໃນການເລືອກຕັ້ງປີ 2018. ທ່ານ Putin ຢືນຢັນວ່າ: ປະເທດຊາດພຽງແຕ່ກ້າວໄປທາງໜ້າເທົ່ານັ້ນ ແລະ ບໍ່ມີອິດທິກຳລັງໃດໆ ສາມາດສະກັດກັ້ນບາດກ້າວເດີນຂອງ ລັດເຊຍ ບົນເສັ້ນທາງນີ້ໄດ້.

ທ່ານ Putin ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີ ສະຫະພັນ ລັດເຊຍ ຄັ້ງທຳອິດໃນອາຍຸການ 4 ປີເມື່ອເດືອນ ມີນາ 2000 ແລະ ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີຄືນໃໝ່ໃນປີ 2004. ນັບແຕ່ປີ 2008 ຈົນຮອດທ້າຍປີ 2012 ທ່ານ Putin ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ, ປີ 2012 ທ່ານ Putin  ພັດໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີ ສະຫະພັນ ລັດເຊຍ ແລະ ຈະສິ້ນສຸດອາຍຸການໃນວັນທີ 7 ພຶດສະພາ 2018 ຈະມາເຖິງ. ຖ້າຫາກທ່ານ Putin ຍາດໄດ້ໄຊຊະນະໃນການເລືອກຕັ້ງປີ 2018, ນັ້ນຈະແມ່ນອາຍຸການເປັນປະທານາທິບໍດີຄັ້ງທີ 4 ຂອງທ່ານ Putin. ຕາມຕົວເລກສະຖິຕິຂອງສູນຄົ້ນຄວ້າຫາງສຽງທົ່ວປະເທດ ລັດເຊຍ ແລ້ວ, ນັບແຕ່ປີ 2012 ອັດຕາຜູ້ສະໜັບສະໜູນທ່ານ Putin ມີທ່າເພີ່ມຂຶ້ນ, ຍາມໃດກໍ່ຢູ່ໃນລະດັບສູງກ່ວາ 80%.

 

ຕອບກັບ

ຂ່າວ/ບົດ​ອື່ນ