(vovworld) – ວັນທີ 15/5, ທ່ານປະທານາທິບໍດີ ອາເມລິກາ Barack Obama ໄດ້ບົ່ງຕົວທ່ານ Ted Osius, ນັກການທູດ, ຮອງສາດສະດາຈານ ມະຫາວິທະຍະໄລ ເປັນເອກອັກຄະລັດຖະທູດຄົນໃໝ່ຂອງ ອາເມລິກາ ປະຈຳ ຫວຽດນາມ ແທນໃຫ້ທ່ານ David Shear, ຜູ້ທີ່ໄດ້ຮັບການບົ່ງຕົວເປັນຜູ້ຊ່ວຍວຽກລັດຖະມົນຕີກະຊວງປ້ອງກັນປະເທດ ຮັບຜິດຊອບເຂດ ອາຊີຕາເວັນອອກ - ປາຊີຟິກ. ປະຈຸບັນ, ທ່ານ Osius ແມ່ນຮອງສາດສະດາຈານຢູ່ມະຫາວິທະຍາໄລສົງຄາມແຫ່ງຊາດຢູ່ ວໍຊິງຕັນ ແລະ ແມ່ນນັກການທູດວິຊາການ. ປີ 1996, ທ່ານ Osius ເຄີຍມີໜ້າໃນຄະນະເຈົ້າໜ້າທີ່ ອາເມລິກາ ທຳອິດມາ ຫວຽດນາມ ນັບແຕ່ເມື່ອ 2 ປະເທດສ້າງການພົວພັນ 2 ຝ່າຍເປັນປົກກະຕິ ແລະ ທ່ານໄດ້ຢູ່ ຮ່າໂນ້ຍ ໜຶ່ງປີເພື່ອກະກຽມພື້ນຖານໂຄງລ່າງໃຫ້ການມີໜ້າຂອງເອກອັກຄະລັດຖະທູດ ອາເມລິກາ ຜູ້ທຳອິດປະຕິບັດໜ້ທີ່ການທູດ ຢູ່ ຫວຽດນາມ. ປີ 1997, ທ່ານໄດ້ຮັບດຳລົງຕຳແໜ່ງເປັນທູດການເມືອງ ຢູ່ສະຖານກົງສູນໃຫຍ່ ອາເມລິກາ ປະຈຳນະຄອນ ໂຮ່ຈີມິນ. ການບົ່ງຕົວເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ຕ້ອງໄດ້ຮັບການໃຫ້ສັດຕະຍາບັນຈາກສະພາແຫ່ງຊາດ.