ທ່ານພັນຄຳວິພາວັນຮອງປະທານປະເທດລາວຢ້ຽມຢາມແລະເຮັດວຽກຢູ່ແຂວງຮ໋າຍເຢືອງ

ທ່ານພັນຄຳວິພາວັນຮອງປະທານປະເທດລາວຢ້ຽມຢາມແລະເຮັດວຽກຢູ່ແຂວງຮ໋າຍເຢືອງ - ảnh 1
ທ່ານພັນຄຳວິພາວັນຮອງປະທານປະເທດລາວ
ຢ້ຽມຢາມແລະເຮັດວຽກຢູ່ແຂວງ ຮ໋າຍເຢືອງ
(ພາບສຳນັກຂ່າວສານຫວຽດນາມ)

(vovworld) –​ ​​​​ຕອນ​ບ່າຍ​ວັນ​ທີ 12/7, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ພັກ, ລັດ​ ສ​ປ​ປ​ ລາວ ໂດຍ ​ທ່ານ​ຮອງ​ປະ​ທານ​ປະ​ເທດ​ລາວ​ ພັນ​ຄຳ​ ວິ​ພາ​ວັ​ນ ​ນຳ​ໜ້າ​ໄດ້​ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ ຢູ່​ແຂວງ​ຮ໋າຍ​ເຢືອງ. ກ່າວ​ຄວາມ​ເຫັນ​ທີ​່ການ​ເຮ​ັດ​ວຽກ ກັບ​ການ​ນຳ​ແຂວງ​ຮ໋າຍ​ເຢືອງ, ​ທ່ານ​ຮອງ​ປະ​ທານ​ປະ​ເທດ​ ພັນ​ຄຳ​ ວິ​ພາ​ວັ​ນ ຢື​ນ​ຢັນ​ວ່າ:  ຈະ​ສືບ​ຕໍ່​ໂຄ​ສະ​ນາ​ເຜີຍ​ແຜ່ ເພື່ອ​ຍົກ​ສູງ​ສະ​ຕິ​ຄວາມ​ຮັບ​ຮູ້ ໃຫ້​ປະ​ຊາ​ຊົນ, ເປັນ​ຕົ້ນ​ແມ່ນ​ຄົນ​ລຸ່ນໜຸ່ມ ກ່ຽວ​ກັບ​ສາຍ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ​ຢ່າງ​ເລິກ​ເຊິ່ງ ລະ​ຫວ່າງ ສອງ​ປະ​ເທດ ຫວຽດ​ນາມ-ລາວ.  ທ່ານ​ຮອງ​ປະ​ທານ​ປະ​ເທດ​ລາວ ສະ​ເໜີ​ວ່າ: ຫວຽດ​ນາມ​ເວົ້າ​ລວມ ແລະ ແຂວງ​ຮ໋າຍ​ເຢືອງ ເວົ້າ​ສະ​ເພາະ ຈະ​ສືບ​ຕໍ່​ຮ່ວມ​ມື, ໜູນ​ຊ່ວຍ​ລາວ​ເວົ້າ​ລວມ ແລະ ແຂວງວ​ຽງ​ຈັນ​ເວົ້າ​ສະ​ເພາະ. ກໍ່​ຄື​ໃນ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ ຢູ່​ແຂ​ວງ​ຮ໋າຍ​ເຢືອງ, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ພັກ​, ລັດ​ລາວ ຈະ​ໄປ​ຢ້ຽມ​ຢາມ​ເຂດ​ອຸດ​ສາ​ຫະ​ກຳ ດ້າຍອານ ແລະ ຟາມ​ລ້ຽງ​ສັດປີກ ​ທີ່​ມີ​ຂອບຂະ​ໜາດ​ໃຫຍ່ ຢູ່​ນະ​ຄອນ​ຮ໋າຍ​ເຢືອງ.

 

ຂ່າວ/ບົດ​ອື່ນ