(VOVWORLD) -ວັນທີ 19 ມັງກອນ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດຕັ້ງການພົບປະຕົ້ນປີໃໝ່ກັບບັນດາອົງການສື່ມວນຊົນ ຫວຽດນາມ.
ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ພົບປະກັບບັນດາອົງການສື່ມວນຊົນ ຫວຽດນາມ (ພາບ: TTXVN) |
ທີ່ການພົບປະ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ຫວນຄືນບາງຜົນງານທີ່ພົ້ນເດັ່ນຂອງຂະແໜງການຕ່າງປະເທດ ໃນປີ 2022 ຄື: ຜັນຂະຫຍາຍຜົນສຳເລັດ ຂອງ 70 ປີແຫ່ງການເຄື່ອນໄຫວທາງການທູດຂອງຂອງການນຳຫຼັກແຫຼ່ງ, ແບ່ງປັນ ບົດຮຽນປະສົບການ ໃຫ້ບັນດາປະເທດ ປະກອບສ່ວນຄວບຄຸມພະຍາດໂຄວິດ - 19 ປະສົບຜົນສຳເລັດ, ຍົກສູງຖານະບົດບາດ ແລະ ອິດທິພົນຊື່ສຽງສາກົນຂອງປະເທດຢູ່ບັນດາເວທີປາໄສສາກົນ, ຮ່ວມເດີນທາງພ້ອມກັບບັນດາທ້ອງຖິ່ນໃນການຜັນຂະຫຍາຍການທູດເສດຖະກິດ, ບັນລຸໄດ້ຫຼາຍໝາກຜົນທີ່ສຳຄັນໃນວຽກງານປົກປ້ອງພົນລະເມືອງ.
ເມື່ອຕີລາຄາກ່ຽວກັບວຽກງານຖະແຫຼງຂ່າວການຕ່າງປະເທດ, ທ່ານລັດຖະມົນຕີ ບຸຍແທັງເຊີນເນັ້ນໜັກວ່າ ການຖະແຫຼງຂ່າວການຕ່າງປະເທດແມ່ນຈຸດພົ້ນເດັ່ນ, ປະກອບສ່ວນສຳຄັນເຂົ້າໃນຜົນງານລວມຂອງທົ່ວປະເທດກໍ່ຄືຂອງຂະແໜງ ການທູດ.
ຕາງໜ້າບັນດາອົງການສື່ມວນຊົນ, ທ່ານຮອງຜູ້ອຳນວຍການໃຫຍ່ ສະຖານີວິທະຍຸກະຈາຍສຽງ ຫວຽດນາມ ໂງມິງຫຽນ ກ່າວຄຳເຫັນວ່າ ໂດຍຕີລາຄາສູງບັນດາຜົນງານເຊິ່ງກະຊວງການຕ່າງປະເທດຫວຽດນາມບັນລຸໄດ້ໃນປີ 2022.