ພົນເອກ ເຈີນດ້າຍກວາງ ຕ້ອນຮັບ ທ່ານ Sergienko Igor Petrovich
ພາບ:congan
|
(vovworld)-ທີ່ການຕ້ອນຮັບທ່ານ Sergienko Igor Petrovich, ຮອງປະທານຄະນະກຳມະການປ້ອງກັນຄວາມສະຫງົບແຫ່ງຊາດ ເບລາຣຸດ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ພົນເອກ ເຈີນດ້າຍກວາງ, ລັດຖະມົນຕີວ່າການກະຊວງຕຳຫລວດ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ບັນດາບາດກ້າວພັດທະນາອັນດີງາມຂອງການພົວພັນຮ່ວມມືລະຫວ່າງສອງປະເທດ ເວົ້າລວມ ແລະ ລະຫວ່າງກະຊວງຕຳຫລວດຫວຽດນາມ ກັບຄະນະກຳມະການປ້ອງກັນຄວາມສະຫງົບແຫ່ງຊາດ ເບລາຣຸດ ເວົ້າສະເພາະ. ທ່ານ Sergienko Igor Petrovich ຢືນຢັນ: ຄະນະກຳມະການປ້ອງກັນຄວາມສະຫງົບແຫ່ງຊາດ ເບລາຣຸດ ຍາມໃດກໍຖືການຊຸກຍູ້ການພົວພັນຮ່ວມມືກັບກະຊວງຕຳຫລວດຫວຽດນາມ ເປັນສຳຄັນ ແລະ ສະແດງຄວາມປິຕິຊົມຊື່ນຕໍ່ບັນດາບາດກ້າວພັດທະນາອັນດີງາມຂອງການພົວພັນຮ່ວມມືລະຫວ່າງສອງຝ່າຍໃນໄລຍະຜ່ານມາ ແລະ ຖືວ່ານີ້ແມ່ນປັດໄຈສຳຄັນເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈ ແລະຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນແທດຈິງໃນທຸກຂົງເຂດ, ຕອບສະຫນອງຄວາມຕ້ອງການພັດທະນາ ແລະ ນຳມາເຊິ່ງຜົນປະໂຫຍດໃຫ້ປະຊາຊົນສອງປະເທດ.