ທ່ານລັດຖະມົນຕີ ໂຕເລີມ ຕ້ອນຮັບເອກອັກຄະລັດຖະທູດພິເສດ ຫວຽດນາມ - ຍີ່ປຸ່ນ ແລະ ເອກອັກຄະລັດຖະທູດ ຕວກກີ

(VOVWORLD) - ຕອນບ່າຍວັນທີ 22 ກັນຍາ, ຢູ່ຮ່າໂນ້ຍ, ທ່ານ ໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ມີການຕ້ອນຮັບທ່ານ Sugi Ryotaro, ເອກອັກຄະລັດຖະທູດພິເສດ ຍີ່ປຸ່ນ - ຫວຽດນາມ, ຫວຽດນາມ - ຍີ່ປຸ່ນ. 
ທ່ານລັດຖະມົນຕີ ໂຕເລີມ ຕ້ອນຮັບເອກອັກຄະລັດຖະທູດພິເສດ ຫວຽດນາມ - ຍີ່ປຸ່ນ ແລະ ເອກອັກຄະລັດຖະທູດ ຕວກກີ - ảnh 1ທ່ານ Akif Ayhan, ເອກອັກຄະລັດຖະທູດ ຕວກກີ ແລະ  ທ່ານລັດຖະມົນຕີໂຕເລີມ

ທ່ານລັດຖະມົນຕີໂຕເລີມ ປາດຖະໜາວ່າ ໄລຍະຈະມາເຖິງ, ທ່ານເອກອັກຄະລັດຖະທູດ Sugi Ryotaro ແລະ ສະຫະສະມາຄົມດັບເພີງ ຍີ່ປຸ່ນ ໜູນຊ່ວຍ ຫວຽດນາມ ບັນດາຊຸດບຳລຸງສ້າງ, ແນະນຳ, ຝຶກແອບຍົກລະດັບໃຫ້ແກ່ກຳລັງຕຳຫຼວດດັບເພີງ ຫວຽດນາມ. ທ່ານ Sugi Ryotaro, ເອກອັກຄະລັດຖະທູດພິເສດ ຍີ່ປຸ່ນ - ຫວຽດນາມ, ຫວຽດນາມ - ຍີ່ປຸ່ນ ປາດຖະໜາວ່າ ການພົວພັນລະຫວ່າງ 2 ປະເທດ ຫວຽດນາມ - ຍີ່ປຸ່ນ ຈະນັບມື້ນັບພັດທະນາ, ບັນລຸໄດ້ໝາກຜົນອັນດີງາມຫຼາຍຢ່າງໃນທຸກໆຂົງເຂດຮ່ວມມື.

        ແລະ ກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີ ໂຕເລີມ ໄດ້ຕ້ອນຮັບທ່ານ Akif Ayhan, ເອກອັກຄະລັດຖະທູດ ຕວກກີ ປະຈຳ ຫວຽດນາມ, ທ່ານລັດຖະມົນຕີ ໂຕເລີມ ມີຄວາມປິຕິຊົມຊື່ນເມື່ອເຫັນວ່າ ການພົວພັນອັນດີງາມລະຫວ່າງ 2 ປະເທດ ຫວຽດນາມ ແລະ ຕວກກີ ນັບມື້ນັບໄດ້ຮັບການປັບປຸງ ແລະ ພັດທະນາ. ທ່ານລັດຖະມົນຕີ ໂຕເລີມ ຫວັງວ່າ ໃນຖານະຕຳແໜ່ງຂອງຕົນ, ທ່ານ ເອກອັກຄະລັດຖະທູດ Akif Ayhan ຈະມີການເຄື່ອນໄຫວຫຼາຍກ່ວາອີກເພື່ອຊຸກຍູ້ການພົວພັນຮ່ວມມືໃຫ້ພັດທະນາໃນທຸກໆຂົງເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ