ທ່ານຫງວຽນຊວນຟຸກ ຢ້ຽມຢາມແລະອວຍພອນ VOV ໃນໂອກາດບຸນເຕັດ
ທ່ານຫງວຽນຊວນຟຸກເຂົ້າຮ່ວມການປະຊຸມ
ທ້າຍປີກັບວິທະຍຸກະຈາຍສຽງຫວຽດນາມ
(ພາບ:vov.vn)
(vovworld) - ໃນໂອກາດຕ້ອນຮັບບຸນປີໃໝ່ປະຈຳຊາດ, ປີມະເສງ 2013, ຕອນເຊົ້າວັນທີ 6/2, ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມ ແລະ ອວຍພອນວິທະຍຸກະຈາຍສຽງຫວຽດນາມ. ເມື່ອໂອ້ລົມກັບບັນດາການນຳຫຼັກແຫຼ່ງຂອງວິທະຍຸກະຈາຍສຽງຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກ ເນັ້ນໜັກວ່າ: ປີ 2012, ໂລກມີການຜັນແປຫຼາຍຢ່າງດ້ານເສດຖະກິດ, ການເມືອງ ແລະ ມີການກະທົບຕໍ່ຫວຽດນາມ. ເຖິງແນວນັ້ນກໍ່ຕາມ, ຍ້ອນຄວາມຕັດສິນໃຈສາມັກຄີຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ, ຫວຽດນາມ ໄດ້ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຊີວິດສັງຄົມໄດ້ຮັບປະກັນ; ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງຢ່າງບໍ່ຢຸດຢັ້ງ; ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ອະທິປະໄຕແຫ່ງຊາດໄດ້ຮັບການຮັກສາໃຫ້ໝັ້ນຄົງ. ປະກອບສ່ວນເຂົ້າໃນບັນດາຜົນງານດັ່ງກ່າວມີບົດບາດສຳຄັນຂອງບັນດາພາຫະນະສື່ມວນຊົນ, ໃນນັ້ນມີວິທະຍຸກະຈາຍສຽງຫວຽດນາມ. ຕາມທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກ ແລ້ວ, ໃນປີຜ່ານມາ, ວິທະຍຸກະຈາຍສຽງຫວຽດນາມ ມີການປ່ຽນໃໝ່ດ້ານເນື້ອໃນ ແລະ ວິທີການເຄື່ອນໄຫວ. ຄຸນນະພາບບັນດາລາຍການວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບການຍົກສູງຂຶ້ນ, ຕອບສະໜອງຄວາມຕ້ອງການຂອງຜູ້ຟັງ, ຜູ້ຊົມພາຍໃນ ແລະ ຕ່າງປະເທດ, ພິເສດແມ່ນຊ່ອງຄົມມະນາຄົມໄດ້ເສີມຂະຫຍາຍບົດບາດອັນຕັ້ງໜ້າຕໍ່ສັງຄົມ. ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຝາກຄຳອວຍພອນໄຊອັນປະເສີດມາຍັງບັນດາພະນັກງານ, ນັກຂ່າວ, ພາລະກອນຂອງວິທະຍຸກະຈາຍສຽງຫວຽດນາມ ແລະ ບັນດາຜູ້ຟັງ, ຜູ້ຊົມພາຍໃນ ແລະ ຕ່າງປະເທດ.