ທ່ານຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມມີການໂອ້ລົມໂທລະສັບກັບທ່ານ Vladimir Putin ປະທານາທິບໍລັດເຊຍ
(VOVWORLD) - ວັນທີ 11 ມິຖຸນາ, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ໂອ້ລົມໂທລະສັບກັບທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນຊາດ ສະຫະພັນລັດເຊຍ ຄືວັນທີ 12 ມິຖຸນາ.
ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານປະທານາທິບໍດີ ລັດເຊຍ Putin ໄດ້ຕີລາຄາສູງ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ລັດເຊຍ
(ພາບ: TTXVN)
|
ໂດຍຕາງໜ້າພັກ, ລັດ ແລະ ປະຊາຊົນ ຫວຽດນາມ, ທ່ານຫງວຽນຝູຈ້ອງ ໄດ້ອວຍພອນທ່ານ Putin ແລະ ປະຊາຊົນລັດເຊຍອ້າຍນ້ອງ ເນື່ອງໃນໂອກາດວັນຊາດ ສະຫະພັນລັດເຊຍ ວັນທີ 12 ມິຖຸນາ, ທ່ານກໍ່ຢັ້ງຢືນວ່າ ຫວຽດນາມຍາມໃດກໍ່ຖື ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບສະຫະພັນລັດເຊຍເປັນສຳຄັນ, ທ່ານໄດ້ຕີລາຄາສູງບັນດາຜົນງານອັນຍິ່ງໃຫຍ່ເຊິ່ງ ສະຫະພັນລັດເຊຍບັນລຸໄດ້ພາຍໃຕ້ການຊີ້ນຳຂອງ ທ່ານ Putin, ເນື່ອງໃນໂອກາດນີ້, ທ່ານ ຫງວຽນຝູຈ້ອງກໍ່ໄດ້ອວຍພອນປະຊາຊົນລັດເຊຍເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນໄຊຊະນະຟາດຊິດ.
ທ່ານ ຫງວຽນຝູຈ້ອງ ແລະ ທ່ານ Putin ໄດ້ຕີລາຄາວ່າ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ລັດເຊຍໃນໄລຍະທີ່ຜ່ານມາ ສືບຕໍ່ບັນລຸໄດ້ຫຼາຍບາດກ້າວພັດທະນາຢ່າງແຮງ. ການນຳສອງທ່ານກໍ່ຢັ້ງຢືນວ່າ ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ພະລັງງານແມ່ນບັນດາເສົ້າຄ້ຳສຳຄັນໃນການຮ່ວມມື ລະຫວ່າງ ຫວຽດນາມ - ລັດເຊຍ ແລະ ເຫັນດີເປັນເອກະພາບນຳກັນວ່າ ຄວນຊຸກຍູ້ານຮ່ວມມືໃນບັນດາຂົງເຂດນີ້ໃຫ້ຫຼາຍກ່ວາອີກ.
ເມື່ອແລກປ່ຽນກ່ຽວກັບ ບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ການນຳສອງທ່ານກໍ່ໄດ້ຕີລາຄາສູງ ແລະ ເຫັນດີເປັນເອກະພາບວ່າ ຈະຮັດແໜ້ນການຮ່ວມມືລະຫວ່າງ ຫວຽດນາມ ແລະ ລັດເຊຍຢູ່ບັນດາເວທີປາໄສຫຼາຍຝ່າຍ, ສົມທົບກັນຊຸກຍູ້ການສ້າງສັນຕິພາບ, ຄວາມໝັ້ນຄົງ, ການຮ່ວມມື ແລະ ກົດໝາຍສາກົນຢູ່ໃນໂລກ ກໍ່ຄືໃນພາກພື້ນ.