ທ່ານຮອງນາຍົກລັດຖະມົນຕີຟ້າມບີງມີງພົບປະກັບຜູ້ມີສິດເລືອກຕັ້ງນະຄອນຮ້າລອງແຂວງກວ໋າງນີງ
ທ່ານຮອງນາຍົກລັດຖະມົນຕີຟ້າມບີງມີງທີ່ການພົບປະ
ກັບຜູ້ມີສິດເລືອກຕັ້ງນະຄອນຮ້າລອງ
|
(vovworld)-ຕອນເຊົ້າວັນທີ 3/7, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ມີການພົບປະກັບຜູ້ມີສິດເລືອກຕັ້ງນະຄອນ ຮ້າລອງ ແຂວງ ກວ໋າງນີງ ພາຍຫລັງກອງປະຊຸມສະໄຫມສາມັນເທື່ອທີ 9 ສະພາແຫ່ງຊາດຫວຽດນາມ ຊຸດທີ 13. ທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ໄດ້ລາຍງານໂດຍສັງເຂບໝາກຜົນກອງປະຊຸມສະໄຫມສາມັນເທື່ອທີ 9 ສະພາແຫ່ງຊາດຫວຽດນາມ ຊຸດທີ 13. ຕາມນັ້ນແລ້ວ, ກອງປະຊຸມເທື່ອນີ້ ໄດ້ຮັບຮອງເອົາ ຮ່າງກົດໝາຍ 11 ສະບັບ, ໃຫ້ຄຳເຫັນໃສ່ຮ່າງກົດໝາຍ 15 ສະບັບ, ໃນນັ້ນ ມີຮ່າງກົດໝາຍຫລາຍສະບັບໄດ້ຮັບຄວາມສົນໃຈຈາກມະຫາຊົນເປັນຈຳນວນຫລວງຫລາຍ. ທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ໄດ້ລາຍງານສະພາບການມໍ່ໆມານີ້ຢູ່ທະເລຕາເວັນອອກກໍຄືທັດສະນະສະເຫມີຕົ້ນສະເຫມີປາຍຂອງຫວຽດນາມ ແມ່ນເດັດດ່ຽວປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະ ແລະ ຜົນປະໂຫຍດອັນຊອບທຳຂອງຕົນ ສອດຄອ່ງກັບກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍທະເລປີ 1982.