ທ່ານຮອງນາຍົກລັດຖະມົນຕີຟ້າມບິ່ງມິງເຈລະຈາກັບລັດຖະມົນຕີການຕ່າງປະເທດຍີີ່ປຸ່ນ
ທ່ານຮອງນາຍົກລັດຖະມົນຕີຟ້າມບິ່ງມິງ
ຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດຍີີ່ປຸ່ນ
(ພາບ: TTXVN)
(vovworld) - ທີ່ການເຈລະຈາລະຫວ່າງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ແລະ ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດຍີ່ປຸ່ນ Fumio Kishida, ໃນຕອນບ່າຍວັນທີ 05/05, ຢູ່ຮ່າໂນ້ຍ, 2 ຝ່າຍໄດ້ເຫັນດີນຳກັນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງກວ່າອີກ ຜ່ານການຮັກສາບັນດາການຢ້ຽມຢາມ, ພົົບປະ, ເຈລະຈາທຸກຂັ້ນ, ພິເສດແມ່ນຂັ້ນສູງ, ເສີມຂະຫຍາຍບັນດາກົນໄກເຈລະຈາທີມີຢູ່ແລ້ວ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິງ ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ, ສືບຕໍ່ຖືຍີ່ປຸ່ນ ແມ່ນຄູ່ຮ່ວມມືສຳຄັນອັບດັບໜຶ່ງ ແລະ ຍາວນານ. ສ່ວນທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດຍີ່ປຸ່ນ Fumio Kishida ເນັ້ນໜັກວ່າ, ຍີ່ປຸ່ນ ຖືເປັນສຳຄັນ ແລະ ປາດຖະໜາຢາກນຳການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງ, ກວ້າງຂວາງກັບຫວຽດນາມ ໃຫ້ພັດທະນານັບມື້ນັບແຂງແຮງ, ເລິກເຊິງ ແລະ ແທດຈິງກວ່າອີກ, ເຫັນດີໜູນຊ່ວຍ ແລະ ຮ່ວມມືຢ່າງຕັ້ງໜ້າກັບຫວຽດນາມ ໃນບັນດາການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ, ສືບຕໍ່ໜູນຊ່ວຍໃນການເກັບກູ້ທຳລາຍລະເບີດບໍ່ທັນແຕກ.
2 ຝ່າຍກໍ່ໄດ້ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ເຫັນດີສືບຕໍ່ເພີ່ມທະວີການຮ່ວມມືກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສຫຼາຍຝ່າຍ. ທ່ານ Fumio Kishida ຢືນຢັນວ່າ, ຈະສົມທົບກັບຫວຽດນາມ ໃນວຽກງານກະກຽມໃຫ້ປີ APEC 2017 ຢ່າງແໜ້ນແຟ້ນ.
ກ່ຽວກັບບັນຫາທະເລຕາເວັນອອກ, 2 ຝ່າຍໄດ້ແບ່ງປັນຄວາມວິຕົກກັງວົນຢ່າງເລິດເຊິ່ງຂອງປະຊາຄົມສາກົນຕໍ່ສະພາບການຢູ່ທະເລຕາເວັນອອກ ຫວ່າງມໍ່ໆມານີ້; ເຫັນດີນຳກັນກ່ຽວກັບຄວາມສຳຄັນຂອງການຮັກສາສັນຕິພາບ, ຄວາມສະຫງົບປອດໄພ ແລະ ຄວາມເສລີໃນການເດີນທະເລ ແລະ ການບິນຢູ່ທະເລຕາເວັນອອກ, ບັນດາຝ່າຍກ່ຽວຂ້ອງບໍ່ຄວນມີການກະທຳເຮັດໃຫ້ປ່ຽນແປງສະພາບເດີມ, ກໍ່ຄວາມສັບສົນ, ເປີດກວ້າງການຂັດແຍ້ງກັນຢູ່ທະເລຕາເວັນອອກ, ແກ້ໄຂການຂັດແຍ້ງໂດຍສັນຕິວິທີ, ເຄົາລົບກົດໝາຍສາກົນຢ່າງເຂັ້ມງວດ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບທະເລປີ 1982, ຖະແຫຼງການກ່ຽວກັບການພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC), ຊຸກຍູ້ການສ້າງປະມວນຂໍ້ກຳນົດການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (COC) ໂດຍໄວ.