ບັນດາຜູ້ແທນເຂົາຮ່ວມກອປະຊຸມ
(ພາບ: vietnamplus.vn)
ໃນວັນທີ 10 ເມສາ 2013 ນີ້, ພະນະທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນ ສປປ.ລາວ ອອກເດີນທາງໄປຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ແລະ ກອງປະຊຸມຄັ້ງທີ 9 ຂອງສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ແລະ ກອງປະຊຸມຄັ້ງທີ 12 ຂອງສະພາປະສານງານອາຊຽນ ຊຶ່ງຈະຈັດຂຶ້ນໃນວັນທີ 10-11 ເມສາ 2013 ນີ້, ທີ່ ບຣູໄນ ດາຣູຊາລາມ. ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງນີ້, ຈະໄດ້ທົບທວນຄືນຄວາມຄືບໜ້າໃນການຈັດຕັ້ງປະຕິບັດຜົນຂອງກອງປະຊຸມ ສຸດຍອດອາຊຽນຄັ້ງທີ 21 ຜ່ານມາ, ພິຈາລະນາການສະເໜີຂອງບາງປະເທດນອກພາກພື້ນອາຊຽນ ເພື່ອເຂົ້າເປັນພາຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້. ພ້ອມດຽວກັນນີ້, ບັນດາລັດຖະມົນຕີຕ່າງປະເທດອາຊຽນ ຍັງໄດ້ແລກປ່ຽນຄຳຄິດຄຳເຫັນກ່ຽວກັບສະພາບການພາກພື້ນ ແລະ ສາກົນທີ່ພົ້ນເດັ່ນທີ່ມີຄວາມສົນໃຈຮ່ວມກັນ. ກອງປະຊຸມ ຄັ້ງທີ 9 ຂອງສະພາປະຊາຄົມການເມືອງ-ຄວາມໝັ້ນຄົງ ຈະໄດ້ທົບທວນຄືນຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນແມ່ບົດປະຊາ ຄົມການເມືອງ-ຄວາມໝັ້ນຄົງອາຊຽນ ແລະ ວາງແຜນການຮ່ວມມືໃນອານາຄົດ.