ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີກະຊວງພື້ນຖານໂຄງລ່າງແລະສິ່ງແວດລ້ອມໂຮນລັງ

ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີກະຊວງພື້ນຖານໂຄງລ່າງແລະສິ່ງແວດລ້ອມໂຮນລັງ - ảnh 1
(ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໃຫ້​ການ
​ຕ້ອນ​ຮັບ ທ່ານ ​ນາງ Melainie Schultz Van Heagen)

(vovworld) –ຕອນ​ບ່າຍ​ວັນ​ທີ 30 ມີ​ນາ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໃຫ້​ການ​ຕ້ອນ​ຮັບ ທ່ານ ​ນາງ Melainie Schultz Van Heagen, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ພື້ນ​ຖານ​ໂຄງ​ລ່າງ​ ແລະ ສິ່ງ​ແວດ​ລ້ອມໂຮນ​ລັງ ທີ່​ກຳ​ລັງ​ຢ້ຽມ​ຢາມ ແລະ ເຮັດ​ວຽກ ຢູ່​ຫວຽດ​ນາມ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໃຫ້​ຮູ້​ວ່າ: ປັດ​ຈຸ​ບັນ ເຂດ​ທົ່ງ​ພຽງ​ແມ່​ນ້ຳ​​ຂອງ ຂອງ​ຫວຽດ​ນາມ​ ກຳ​ລັງປະ​ສົບກັບ​ສະ​ພາບໄພ​ແຫ້ງ​ແລ້ງ, ນ້ຳ​ເຄັມ​ຊຶມ​ເຂົ້າ​ຢ່າງຮ້າຍ​ແຮງ​ທີ່​ສຸດ ໃນ​ປະ​ຫວັດ​ສາດ​ເກືອບ 100 ປີ​ຜ່ານ​ມາ. ດ້ວຍຫຼາຍ​ຈຸດ​​ທີ່ຄ້າຍ​ຄື​ກັນ, ພິ​ເສດ​ ແມ່ນ​ປະ​ສົບ​ກັບ​ຜົນ​ສະ​ທ້ອນ​​ຢ່າງ​ຮ້າຍ​ແຮງ ຂອງປະ​ກົດ​ການ​ ​ປ່ຽນ​ແປງຂອງ​ດີນ​ຟ້າ​ອາ​ກາດ, ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ປາດ​ຖະ​ໜາວ່າ​ຝ່າຍ​ ໂຮນ​ລັງ​ຈະ​ຊອກ​ຫາ ວິ​ທີ​ແກ້​ໄຂທີ່​ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ ເພື່ອ​ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ ທີ່​ຫວຽດ​ນາມ​ ກຳ​ລັງປະ​ສົບ​. ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ສະ​ເໜີ​ລັດ​ຖະ​ບານ​ໂຮນ​ລັງ ສືບ​​ຕໍ່ເອົາ​ໃຈ​ໃສ່​ໜູນຊ່ວຍ ຫວຽດ​ນາມ ບັນ​ດາ​ວິ​ທີ​​ແກ້​ໄຂ ​ຮັບ​ມື​ການ​ປ່ຽນ​ແປງ​ຂອງ​ດີນ​ຟ້າ​ອາ​ກາດ, ສະ​ຫງວນ​ແຫຼ່ງ​​ອຸ​ປະ​ຖຳ ​ເພື່ອໃຫ້​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ, ພາກ​ໃຕ້ ແລະ Tay Nguyen ຮັກ​ສາ​ນ້ຳ​ຈືດ,    ຕ້​ານ​ນ້ຳ​ເຄັມ​ຊຶມ​ເຂົ້າ ແລະ ໄພ​ແຫ້ງ​ແລ້ງ ໃນ​ລະ​ດູ​ແລ້ງ, ສ່ວນ ທ່ານ ​ນາງ Melainie Schultz Van Heagen, ຢັ້ງ​ຢືນ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ ແບ່ງ​ປັນບົດ​ຮຽນ ກັບ​ຫວຽດ​ນາມ​, ບົດ​ຮຽນ​​ດ້ານວິ​ຊາ​ສະ​ເພາະ ແລະ ແຫຼ່ງ​ອຸ​ປະ​ຖຳ ​ເພື່ອ​ຮັບ​ມື​ກັບການ​ ປ່ຽນ​ແປງຂອງ​ດິນ​ຟ້າ​ອາ​ກາດ ດ້ວຍ​ບັ​ນ​ດາ​ແຜນ​ການ​ຕໍ່​ໜ້າ ແລະ ຍາວ​ນານ ທີ​່ໂຮນ​ລັງ ໄດ້​ປະ​ສົບ, ຜ່ານ​ຜ່າ​​ຄວາມ​ຫຍຸ້ງ​ຍາກ ແລະ ແກ້​ໄຂ​​ສິ່ງ​ທ້າ​ທາຍນີ້​ໃຫ້ສຳ​ເລັດ.

 

ຂ່າວ/ບົດ​ອື່ນ