ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກຕ້ອນຮັບ
ຮອງລັດຖະມົນຕີການຕ່າງປະເທດ ມົງໂກນ
photo:baomoi.com
|
(vovworld)- ຕອນບ່າຍວັນທີ 28/4, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Dama Gan Khuyag, ຮອງລັດຖະມົນຕີການຕ່າງປະເທດ ມົງໂກນ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນຫນັກວ່າ: ຍາມໃດຫວຽດນາມ ກໍຖືການພົວພັນມິດຕະພາບທີ່ເປັນມູນເຊື້ອກັບ ມົງໂກນ ເປັນສຳຄັນ ແລະ ປາດຖະຫນາຢາກນຳການພົວພັນນີ້ພັດທະນາຢ່າງແຂງແຮງ,ຮອບດ້ານ ແລະ ແທດຈິງກວ່າ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ,ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ອາຊີປາຊີຟີກ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເຫນີ ສອງຝ່າຍສົມທົບກັນຢ່າງແຫນ້ນແຟ້ນເພື່ອຈັດຕັ້ງການເຄື່ອນໄຫວສະເຫລີມສະຫລອງ 60 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ມົງໂກນ (17/11/1954-17/11/2014) ເປັນຢ່າງດີ. ທ່ານນາຍົກລັດຖະມົນຕີ ປາດຖະຫນາ ສອງຝ່າຍ ຕັ້ງຫນ້າຄົ້ນຄ້ວາ, ຊອກຫາມາດຕະການ,ນຳການພົວພັນຮ່ວມມືດ້ານເສດຖະກິດພັດທະນາຢ່າງມີປະສິດທິຜົນ, ສົມກັບການພົວພັນດ້ານການເມືອງອັນດີງາມລະຫວ່າງສອງປະເທດ.