ທ່ານຮອງນາຍົກລັດຖະມົນຕີຫງວຽນທ້ຽນເຍີນ ຕ້ອນຮັບ
ສາດສະດາຈານ Heinz Boyer
ພາບ:TTXVN
|
(vovworld)- ວັນທີ 12/4, ທີ່ການຕ້ອນຮັບສາດສະດາຈານ Heinz Boyer ຢູ່ມະຫາວິທະຍາໄລ ອົດຕະລິດພວມຢ້ຽມຢາມຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີຫງວຽນທ້ຽນເຍີນ ເນັ້ນຫນັກວ່າ: ໃນການພົວພັນລະຫວ່າງຫວຽດນາມ ແລະ ອົດຕາລິດ, ການຮ່ວມມືດ້ານສຶກສາແມ່ນສວມບົດບາດສຳຄັນ, ໃນນັ້ນພົ້ນເດັ່ນແມ່ນມະຫາວິທະຍາໄລ Krems. ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ໄດ້ຕີລາຄາສູງການຮ່ວມມືລະຫວ່າງ ມະຫາວິທະຍາໄລ Krems ກັບບັນດາຮາກຖານບຳລຸງສ້າງຂອງຫວຽດນາມ, ໃນນັ້ນ ມະຫາວິທະຍາໄລ Krems ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືກັບມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ແລະ ມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈິມິນ ໃນການຢ້ຽມຢາມຫວຽດນາມຂອງປະທານາທິບໍດີ ອົດຕາລິດ; ຮ່ວມສຳພັນບຳລຸງສ້າງປະລິຍາໂທວິຊາສະເພາະບໍລິຫານທ່ອງທ່ຽວກັບມະຫາວິທະຍາໄລ ເຫ້ວ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ປາດຖະຫນາວ່າ: ໃນໄລຍະຈະມາເຖິງ, ມະຫາວິທະຍາໄລ Krems ສືບຕໍ່ເປີດກວ້າງ ແລະ ເພີ່ມທະວີການຮ່ວມສຳພັນບຳລຸງສ້າງກັບບັນດາມະຫາວິທະຍາໄລຂອງຫວຽດນາມ, ພິຈາລະນາໃຫ້ທຶນສຶກສາແກ່ນັກສຶກສາຫວຽດນາມໄປຮຳ່ຮຽນ, ຄົ້ນຄ້ວາຢູ່ມະຫາວິທະຍາໄລໃນບັນດາຂົງເຂດທີ່ມີທ່າແຮງຄື: ບໍລິຫານທຸລະກິດ, ການທ່ອງທ່ຽວ ແລະ ການຢາ.