ທ່ານຮອງນາຍົກລັດຖະມົນຕີຫວູວັນນີງຢ້ຽມຢາມນະຄອນToronto,ການາດາ

ທ່ານຮອງນາຍົກລັດຖະມົນຕີຫວູວັນນີງຢ້ຽມຢາມນະຄອນToronto,ການາດາ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນີ​ງ ຢ້ຽມຢາມ ການາດາ
ພາບ:internet


(vovworld)-​ ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ ກາ​ນາ​ດາ​ຢ່າງ​ເປັນ​ທາງ​ການ, ວັນ​ທີ 3/12/2013, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນີ​ງ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຫວຽດນາມ ​ໄປ​ຢ້ຽມຢາມ​ນະຄອນ Toronto, ສູນ​ເສດຖະກິດ ການ​ເງິນ​ໃຫຍ່​ຂອງ ກາ​ນາ​ດາ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນີ​ງ ​ໄດ້​ພົບ​ປະ​ສົນທະນາ​ກັບ​ການ​ນຳ​ວິ​ສາ​ຫະກິດ​ຫລັກແຫ​ລ່ງ ກາ​ນາ​ດາ, ພົບ​ປະ​ກັບ​ອົງການ​ໃຫ້​ຄຳ​ປຶກສາ​ທີ່​ມີ​ຊື່​ສຽງ​ຂອງ ກາ​ນາ​ດາ​ໃນ​ຂົງ​ເຂດ​ຕິດ​ຕາມ​ກວດກາ​ການ​ເງິນ, ພົບ​ປະ​ກັບ​ຜູ້ຕາງຫນ້າ​ວົງ​ຄະນາ​ຍາດ​ຊາວ​ຫວຽດນາມ ອາ​ໄສ​ຢູ່ ກາ​ນາ​ດາ. ທີ່​ການ​ພົບ​ປະ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນີ​ງ ຢືນຢັນ: ລັດຖະບານ​ຫວຽດນາມ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​ເຖິງ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ, ​ໃນ​ນັ້ນ ມີ​ກາ​ນາ​ດາ, ພ້ອມ​ແລ້ວ​ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ ກາ​ນາ​ດາ ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ ສຳ​ເລັດ​ຜົນ. ຝ່າຍ ກາ​ນາ​ດາ ຢືນຢັນ: ພ້ອມ​ແລ້ວ​ສ້າງ​ຕັ້ງ​ບັນດາ​ໂຄງການ ດ້ວຍ​ແຫ​ລ່ງອຸປະ​ຖຳສາກົນ​ເພື່ອ​ຫນູນ​ຊ່ວຍ​ຫວຽດນາມ ຍົກ​ສູງກຳລັງ​ຄວາມ​ສາມາດ​ຕິດຕາ​ມຕະຫລາດ, ປ້ອງ​ກັນ​ເຫດ ​ແລະ ຄຸ້ມ​ຄອງ​ຄວາມ​ສ່ຽງ​ດ້ານ​ການ​ເງິນ.

ຂ່າວ/ບົດ​ອື່ນ