ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫວ້ ເປັນປະທານກອງປະຊຸມຍົກສູງປະສິດທິຜົນຮູບແບບເສດຖະກິດລວມໝູ່
(VOVWORLD) - ວັນທີ 20 ພະຈິກ, ຢູ່ສໍານັກງານລັດຖະບານຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫວ້, ຫົວໜ້າຄະນະຊີ້ນໍາການປ່ຽນແປງໃໝ່ ແລະ ພັດທະນາເສດຖະກິດລວມໝູ່, ໄດ້ເປັນປະທານກອງປະຊຸມສ້າງແຜນຮ່າງສັງລວມການປະຕິບັດມະຕິຂອງສູນກາງພັກ ກອມມູນິດ ຫວຽດນາມ ກ່ຽວກັບການສືບຕໍ່ປ່ຽນແປງໃໝ່, ພັດທະນາ ແລະ ຍົກສູງປະສິດທິຜົນຮູບແບບເສດຖະກິດລວມໝູ່.
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫວ້ (ພາບ: VGP) |
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫວ້ ຖືວ່າ ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກກໍຕາມ ແຕ່ໄລ່ມາຮອດປັດຈຸບັນ ເສດຖະກິດລວມໝູ່ ໄດ້ຫຼຸດພົ້ນອອກຈາກສະພາບອ່ອນດ້ອຍທີ່ແກ່ຍາວມາແຕ່ດົນນານ ແລະ ມີບາດກ້າວພັດທະນາຢ່າງເຫັນໄດ້ຊັດ ດ້ວຍຈໍານວນສະຫະກອນປະມານ 50% ແມ່ນພັດທະນາຢ່າງມີປະສິດທິຜົນ, ສ້າງວຽກເຮັດງານທໍາ ແລະ ລາຍຮັບໃຫ້ແກ່ສະມາຊິກສະຫະກອນ ແລະ ຊາວຜູ້ອອກແຮງງານ. ທ່ານເນັ້ນໜັກວ່າ:
“ຕີລາຄາປະສິດທິຜົນຂອງເສດຖະກິດລວມໝູ່ ບໍ່ພຽງແຕ່ແມ່ນອີງໃສ່ຊັບສິນ, ລາຍຮັບຂອງ ສະຫະກອນເທົ່ານັ້ນ ຫາກແມ່ນການຕີລາຄາສັງລວມກ່ຽວກັບເສດຖະກິດດ້ານການເມືອງ ນັບທັງດ້ານສັງຄົມ ອີກດ້ວຍ. ທີສອງ, ກ່ຽວກັບດ້ານເສດຖະກິດ, ບໍ່ພຽງແຕ່ແມ່ນການຕີລາຄາປະສິດທິຜົນຂອງສະຫະກອນເທ່ົານັ້ນ ຫາກຍັງຕີລາຄາປະສິດທິຜົນລາຍຮັບເພີ່ມເຕີມຂອງບັນດາສະມາຊິກສະຫະກອນ, ຫຼຸດຜ່ອນລາຄ່າສົ້ນເຂົ້າ, ເພິ່ມປະສິດທິຜົນຂອງສົ້ນອອກ ອີກດ້ວຍ”.