ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິນ ຕ້ອນຮັບຜູ້ອຳນວຍການບໍລິຫານ ກຸ່ມບໍລິສັດການເງິນ Sumitomo Mitsui
(VOVWORLD) -ກຸ່ມບໍລິສັດ SMFG ຈະສືບຕໍ່ໃຫ້ບຸລິມະສິດແກ່ບັນດາຄວາມມານະພະຍາຍາມ ແລະ ແຫຼ່ງກຳລັງຂອງຕົນແກ່ການພັດທະນາດຳເນີນທຸລະກິດຢູ່ ຫວຽດນາມ
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມບິ່ງມິນ ຕ້ອນຮັບທ່ານ Masahiro Yoshimura ຜູ້ອຳນວຍການບໍລິຫານ ກຸ່ມບໍລິສັດ SMFG (ພາບ: TTXVN) |
ທີ່ການຕ້ອນຮັບທ່ານ Masahiro Yoshimura ຜູ້ອຳນວຍການບໍລິຫານ ທັງເປັນຫົວໜ້າຄຸ້ມຄອງທະນາຄານ ລົງທຶນທົ່ວໂລກ ຂອງກຸ່ມບໍລິສັດ ການເງິນ Sumitomo Mitsui (SMFG) ໃນຕອນບ່າຍວັນທີ 28 ເມສາ ຢູ່ສໍານັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມບິ່ງມິນ ໄດ້ຊົມເຊີຍ ແລະ ຕີລາຄາສູງບົດບາດຂອງທະນາຄານ SMBC - ເຊິ່ງເປັນໜຶ່ງໃນບັນດາທະນາຄານການຄ້າໃຫຍ່ທີ່ສຸດ ຂອງ ຍີ່ປຸ່ນ ຢູ່ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິນ ກໍປາດຖະໜາວ່າ ໃນໄລຍະຈະມາເຖິງ, ກຸ່ມບໍລິສັດ SMFG ກໍຄືທະນາຄານ SMBC ຈະສືບຕໍ່ພັດທະນາ ແລະ ເປີດກວ້າງການເຄື່ອນໄຫວລົງທຶນ, ດໍາເນີນທຸລະກິດ, ສ້າງເງື່ອນໄຂເພື່ອເສີມຂະຫຍາຍບົດບາດເປັນຂົວຕໍ່ໃຫ້ແກ່ບັນດາວິສາຫະກິດ ຍີ່ປຸ່ນ ເຂົ້າມາລົງທຶນຢູ່ ຫວຽດນາມ.
ສ່ວນທ່ານຜູ້ອຳນວຍການຝ່າຍບໍລິຫານ Masahiro Yoshimura ຢັ້ງຢືນວ່າ ກຸ່ມບໍລິສັດ SMFG ຈະສືບຕໍ່ໃຫ້ບຸລິມະສິດແກ່ບັນດາຄວາມມານະພະຍາຍາມ ແລະ ແຫຼ່ງກຳລັງຂອງຕົນແກ່ການພັດທະນາດຳເນີນທຸລະກິດຢູ່ ຫວຽດນາມ; ພ້ອມທັງເຊື່ອໝັ້ນວ່າ ການເຄື່ອນໄຫວດຳເນີນທຸລະກິດຂອງກຸ່ມບໍລິສັດ ຈະປະກອບສ່ວນເຂົ້າໃນການພັດທະນາ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈ ລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ຢ່າງແໜ້ນແຟ້ນ.