ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິນ ເຈລະຈາກັບລັດຖະມົນຕີການຕ່າງປະເທດ ອິນເດຍ

ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິນ ເຈລະຈາກັບລັດຖະມົນຕີການຕ່າງປະເທດ ອິນເດຍ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິນ
(ພາບ​ປະ​ກອບ)

(vovworld) – ວັນ​ທີ 10/1, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫວູວັນ​ນິນ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງລັດຖະບານ​ຫວຽດນາມ​ ​ໄດ​້ສິ້ນ​ສຸດ​ການ​ຢ້ຽມຢາມ​ເປັນ​ເວລາ 3 ວັນ​ຢູ່ ອິນ​ເດຍ (​ແຕ່​ວັນ​ທີ 7 – 10/1/2013), ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ລັດຖະບານ ອິນ​ເດຍ. ທີ່​ການ​ເຈລະຈາ ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອິນ​ເດຍ ທ່ານ Salman Khurshid ​ເມື່ອ​ວັນ​ທີ 9/1, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິນ ຢັ້ງຢືນ ນະ​ໂຍບາຍ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດນາມ ​ແມ່ນຍາມ​ໃດ​ກໍຖື​ການ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ກັບ​ອິນ​ເດຍ ​ເປັນ​ສຳຄັນ​. 2 ຝ່າຍ​ຢືນຢັນ​ຄວາມ​ຕັດສິນ​ໃຈ​ນຳ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ​​ໃຫ້ນັບ​ມື້​ນັບ​ພັດທະນາ​ຢ່າງ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ກ່ວາອີກ. ບົນ​ຈິດ​ໃຈ​ນັ້ນ, 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ກັນຈະ​ສ້າງ​ຕັ້ງ ຄະນະ​ກຳມະການ​ປະສົມ ກ່ຽວ​ກັບ​ການ​ຄ້າ​ໂດຍ​ໄວ, ລົງ​ນາມ​ສັນຍາ​ກ່ຽວ​ກັບ​ການ​ມອບ​ໂອນ​ຜູ້​ຖືກ​ຕັດສິນ​ລົງ​ໂທດ, ​​ສັນຍາ​ການບິນ​ປີ 1993 ສະບັບ​ເພີ່ມ​ເຕີ​ມ, ສັນຍາ​ໜູນ​ຊ່ວຍ​ຍຸດຕິ​ທຳ​ໃນ​ຂົງ​ເຂດ​ພົນລະ​ເ​ຮື​ອນ ​ແລະ ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ​ກະຊວງ​ຍຸຕິ​ທຳ​ຫວຽດນາມ ​ແລະ ອິນ​ເດຍ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນຊາ​ດ, ວັດ​ທະ​ນະ​ທຳ, ການ​ສຶກສາ ​ແລະ ພົວພັນ​​ແລກປ່ຽນປະຊາຊົນ, ສູ້​ຊົນ​ຍົກ​ວົງ​ເງິນ​ການ​ຄ້າ 2 ປະ​ເທດ​ໃຫ້​ຂຶ້ນ 7 ຕື້ USD ​ໃນ​ປີ 2015. 2 ຝ່າຍ​ກໍ່​ໄດ້​ຢັ້ງຢືນ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງ ​ແລະ ຄວາມ​ປອດ​ໄພ​ທາງ​ທະ​ເລ ​ແລະ ສິດ​ໄດ້​ສຳ​ພັດກັບ​ແຫຼ່ງຊັບພະຍາກອນ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຄວນ​ລະ​ງັບ​ໃຈ ​ແລະ ຫຼີກ​ລ້ຽງ​ການ​ນຳ​ໃຊ້​ກຳລັງ ອາວຸດ ຫຼື ນາບ​ຂູ່​ນຳ​ໃຊ້​ກຳລັງ​ອາວຸດ, ​ແກ້​ໄຂ​ການ​ພິພາດ​ກັນ​ຜ່ານ​ການ​ດ​ເຈລະຈາ​ສັນຕິພາບ ​ແລະ ​ລລ

​ອີງ​ໃສ່​ກົດໝາຍ​ສາກົນ, ພິ​ເສດ​​ແມ່ນ​ສົນທິສັນຍາ​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ (ຫຼື UNCLOS) ປີ 1982, ຖະ​ແຫຼ​ງການ 6 ຂໍ້​ຂອງ ອາ​ຊຽນ ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ປະຕິບັດ DOC ​ແລະ ມຸ້ງ​ໄປ​ເຖິງ​ການ​ສ້າງ COC.

ຂ່າວ/ບົດ​ອື່ນ