ທ່ານຮອງນາຍົກລັດຖະມົນຕີ ຫ່ວາງຈູງຫາຍ ຮຽກຮ້ອງໃຫ້ຮັບມືກັບໄພທຳມະຊາດ

ທ່ານຮອງນາຍົກລັດຖະມົນຕີ ຫ່ວາງຈູງຫາຍ ຮຽກຮ້ອງໃຫ້ຮັບມືກັບໄພທຳມະຊາດ - ảnh 1
( ພາບປະກອບ )

( vovworld ) - ​​​ພາຍຫຼັງ​ຮັບ​ຝັງ​ບົດ​ລາຍ​ງານ​ຂອງ​ຄະນະ​ຊີ້​ນຳ​ປ້ອງ​ກັນ​ຕ້ານ​ພະຍຸນ້ຳ​ຖ້ວມ​ສູນ​ກາງ, ຄະນະ​ກຳມະການ​ແຫ່ງ​ຊາດ​ກ່ຽວ​ກັບ​ການຊອກ​ຫາກູ້​ໄພ​ກູ້​ຊີບ, ສຸນ​ພະຍາ​ກອນ​ຍຸ​ຕຸ​ນິຍົມ​ອຸ​ທົກ​ກະ​ສາດສູນ​ກາງ ​ແລະ ຄຳ​ຄິດ​ຄຳ​ເຫັນ​ຂອງ​ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະຫຼຸບ​ວຽກງານ​ປ້ອງ​ກັນ​ຕ້ານ​ພະຍຸນ້ຳ​ຖ້ວມ ​ແລະ ຊອກຫາກູ້​ໄພ​ກູ້​ຊີບປີ 2011, ຜັນ​ຂະຫຍາຍ​ໜ້າ​ທີ​ວຽກ​ງານປີ 2012, ຫ້ອງ​ວ່າການ​ລັດຖະບານ​ໄດ້​ອອກ​ແຈ້ງ​ການ​ກ່ຽວ​ກັບ​ຂໍ້​ສະຫຼຸບ​ຂອງ​ທ່ານຮອງ​ນາຍົກລັດຖະມົນຕີ ຫ່ວາງ​ຈູງ​ຫາຍ ຢູ່​ທີ​ກອງ​ປະ​ຊຸມ​ດັ່ງ​ນີ້; ຄະນະ​ຊີ້​ນຳ​ປ້ອງ​ກັນ​ຕ້ານ​ພະຍຸ, ນ້ຳ​ຖ້ວມ​ສູນ​ກາງ, ຄະນະ​ກຳມະການ​ແຫ່ງ​ຊາດ​ຊອກ​ຫາກູ້​ໄພ​ກູ້​ຊີບ, ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ​ຜັນ​ຂະຫຍາຍ​ວຽກງານ​ປ​້ອງກັນ​ຕ້ານ​ພະຍຸ​ນ້ຳ​ຖ້ວມປີ 2012 ຢ່າງ​​ເຂັ້ມຫງວດ, ສືບ​ຕໍ​ຜັນ​ຂະຫຍາຍ​ໂຄງການ​ດຳ​ເນີນ​ງານປະຕິບັດ​ຍຸດ​ທະ​ສາດ​ປ້ອງ​ກັນຕ້ານ ​ແລະ ຫຼຸດຜ່ອນ​ໄພ​ທຳ​ມະ​ຊາດ​ເຖິງ​ປີ 2020, ​ແຜນ​ຮ່າງ​ສັງ​ລວມ​ໃນ​ຂົງ​ເຂດຊອກ​ຫາກູ້​ໄພ​ກູ້​ຊີບຮອດ​ປີ 2015, ວິ​ໄສ​ທັດ​ເຖິງ​ປີ 2020. ຢູ່​ທ້ອງ​ຖິ່ນຕ່າງໆ​ໄດ້​ເປັນ​ເຈົ້າ​ການສົມທົບບັນດາວຽກງານ​ປ້ອງ​ກັນ, ຫຼີກ​ລ້ຽງ​ໄພ​ທຳ​ມະ​ຊາດ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ນ້ຳ​ທະ​ເລ​ຂຶ້ນ​ສູງ​ເຂົ້າ​ໃນ​ແຜນການ, ​ແຜນ​ຮ່າງ​ຢ່າງ​ລະອຽດ​ຂອງ​ກະຊວງ, ຂະ​​ແໜງ​ການ ​ແລະ ທ້ອງ​ຖິ່ນຕ່າງໆ, ຍູ້​ແຮງ​ວຽກງານ​ໂຄສະນາ,​ ຍົກ​ສູງ​ຄວາມ​ຮັບ​ຮູ້ຂອງ​ວົງ​ຄະນະ​ຍາດ​ໃນ​ວຽກ​ງານ​ປ້ອງ​ກັນ​ຕ້ານ, ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ, ​ເປັນ​ເຈົ້າ​ການ​ປະຕິບັດ​ບັນ​ດາ​ໂຄງການ​ຍົກ​ຍ້າຍ​ປະຊາຊົນ, ກະກຽມ​ວິທີ​ຍົກ​ຍ້າຍ​ປະຊາຊົນ​ເມື່ອ​ຈຳ​ເປັນ, ຕິດຕາມ​ກວດກາ, ຕີ​ລາຄາ​ຄຸນ​ນະພາ​ບຄັນ​ຄູ, ອ່າງເກັບ​ນ້ຳ ​ແລະ ອື່ນໆ.

ຂ່າວ/ບົດ​ອື່ນ