ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຫວູ​ດຶກ​ດາມ ​ໃຫ້​ການ​ຕ້ອນ​ຮັບ ​ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ເຊ​ແຊນ

(VOVWORLD) -  ໃນຍຸດທະສາດເຊື່ອມໂຍງ, ພັດທະນາຂອງຕົນ, ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ຫວັງວ່າ ຈະເປີດກ້ວາງການຮ່ວມມືກັບບັນດາປະເທດ ອາຟະລິກາ, ໃນນັ້ນມີ ເຊແຊນ. 
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຫວູ​ດຶກ​ດາມ ​ໃຫ້​ການ​ຕ້ອນ​ຮັບ ​ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ເຊ​ແຊນ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ແລະ ທ່ານ Vincent Merion ຮອງປະທານາທິບໍດີ  ສາທາລະນະລັດ ເຊແຊນ (ພາບ: VGP/ເຍີດບັກ) 

ຕອນເຊົ້າວັນທີ 16 ເມສາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ໃຫ້ການຕ້ອນຮັບທ່ານ Vincent Merion ຮອງປະທານາທິບໍດີ  ສາທາລະນະລັດ ເຊແຊນ. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມໄດ້ຢັ້ງຢືນວ່າ ໃນຍຸດທະສາດເຊື່ອມໂຍງ, ພັດທະນາຂອງຕົນ, ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ຫວັງວ່າ ຈະເປີດກ້ວາງການຮ່ວມມືກັບບັນດາປະເທດ ອາຟະລິກາ, ໃນນັ້ນມີ ເຊແຊນ. ທ່ານຮອງນາຍົກລັດຖະມົນຕີໄດ້ສະເໜີໃຫ້ສອງປະເທດຄວນເອົາໃຈໃສ່ຊຸກຍູ້ການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆ, ເພີ່ມທະວີການພົບປະແລກປ່ຽນຂັ້ນປະຊາຊົນ; ເສີມຂະຫຍາຍ ການຮ່ວມມືທີ່ເປັນມູນເຊື້ອຢ່າງແໜ້ນແຟ້ນໃນບັນດາເວທີປາໄສສາກົນ; ສະເໜີໃຫ້ເຊແຊນ ສະໜັບສະໜູນ ຫວຽດນາມ ໃນການສະໝັກຮັບເລືອກຕັ້ງດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການຂອງ ສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 -2021. ທີ່ການຕ້ອນຮັບ, ທ່ານ Vincent Meriton ຢັ້ງຢືນວ່າ: ເຊແຊນ ຢາກກາຍເປັນປະຕູເຊື່ອມຕໍ່ບັນດາພື້ນຖານເສດຖະກິດກັບ ອາຟະລິກາ, ໃນນັ້ນມີ ບັນດາວິສາຫະກິດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ