ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດີ່ງ​ເຫ້ວ ເຮັດ​ວຽກ ​ກັບ​ກະ​ຊວງ​ພາຍ​ໃນ

(VOVWORLD) -ຕອນບ່າຍວັນທີ 30 ມັງກອນ, ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີ່ງເຫ້ວ, ຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການປະຕິຮູບນະໂຍບາຍເງິນເດືອນ, ປະກັນ ສັງຄົມ ແລະ ບຸລິມະສິດໃຫ້ແກ່ຜູ້ທີ່ມີຄຸນງາມຄວາມດີ ໄດ້ມີການເຮັດວຽກກັບກະຊວງພາຍໃນ ແລະ ຍົກອອກສານຕົ້ນປີໃໝ່ 2020 ກ່ຽວກັບການປະຕິຮູບນະໂຍບາຍເງິນເດືອນ.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດີ່ງ​ເຫ້ວ ເຮັດ​ວຽກ ​ກັບ​ກະ​ຊວງ​ພາຍ​ໃນ - ảnh 1ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີ່ງເຫ້ວ ກ່າວຄຳເຫັນທີ່ການເຮັດວຽກ

(ພາບ:  Laodong.vn

ທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຖືວ່າ ການປະຕິຮູບນະໂຍບາຍເງິນເດືອນ ຕ້ອງດຳເນີນຫຼາຍວິທີການແກ້ໄຂຢ່າງຄົບຊຸດ. ກ່ຽວຂ້ອງເຖິງການສ້າງບັນດາເນື້ອໃນ, ຂໍ້ກຳນົດຢ່າງລະອຽດ ກ່ຽວກັບລະບົບເງິນເດືອນໃໝ່ສຳລັບພະນັກງານ, ລັດຖະກອນ, ພາລະກອນ ແລະ ກຳລັງປະກອບອາວຸດ, ທ່ານຮອງນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ນີ້ແມ່ນແຜນຮ່າງອັນໃຫຍ່ຫຼວງ, ຕ້ອງໄດ້ຍື່ນສະເໜີຕໍ່ກົມການເມືອງ ເພື່ອພິຈາລະນາ ແລະ ຕັດສິນໃນປີ 2020 ເພື່ອເປັນບ່ອນອີງໃນການ ສ້າງບັນດາບາດກ້າວຕໍ່ໄປ.

ທ່ານຮອງນາຍົກລັດຖະມົນຕີ ຖືວ່າ ປີ 2020 ຕ້ອງເພີ່ມທະວີການກວດກາຄືນໃໝ່ຢ່າງລະອຽດ ແລະ ກະຊວງພາຍໃນກໍ່ຕ້ອງສ້າງຕັ້ງບັນດາຄະນະກວດກາລະຫວ່າງຂະແໜ່ງ ເພື່ອ ໄປກວດກາການສັບຊ້ອນ ບັນດາ ໜ່ວຍງານພາລະກິດ ຂອງ ລັດ ເພື່ອບັນລຸໄດ້ ເປົ້າໝາຍ ຫຼຸດຜ່ອນ ຈຳນວນຜູ້ໄດ້ຮັບເງິນເດືອນຈາກງົບປະມານແຫ່ງລັດໃນກຸ່ມໜ່ວຍງານພາລະກິດລົງ, ນັບທັງ ຂະແໜງສາທາລະນະສຸກ ແລະ ຂະແໜງສຶກສາ.

ຕອບກັບ

ຂ່າວ/ບົດ​ອື່ນ