ທ່ານຮອງປະທານປະເທດ ຈີນ . ສືຈິ້ນພິ້ງ ຢ້ຽມຢາມ ອາເມລິກາ

ທ່ານຮອງປະທານປະເທດ ຈີນ . ສືຈິ້ນພິ້ງ ຢ້ຽມຢາມ ອາເມລິກາ - ảnh 1
ທ່ານຮອງປະທານປະເທດຈີນ ສື​ຈິ້ນ​ພິ້ງ ຢ້ຽມຢາມ ອາເມລິກາ
ພາບ:thanhnien.com.vn

(vov) - ວັນ​ທີ 14/2 ຢູ່ ນະຄອນຫລວງ ວໍ​ຊິງ​ຕັນ, ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ໄດ​້ມີ​ການ​ພົບ​ປະ​​ແລກປ່ຽນ​ຄຳ​ເຫັນ​ກັບ​ທ່ານ​ຮອງ​ປະທານ​ປະ​ເທດ​ຈີນ    ສື​ຈິ້ນ​ພິ້ງ  ພວມ​ຢູ່ຢ້ຽມຢາມ ອາ​ເມ​ລິ​ກາ. ສອງ​ຝ່າຍ​ໄດ້​ປຶກສາ​ຫາລື​ຫລາຍ​ບັນຫາ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື ລະຫວ່າງ​ອາ​ເມ​ລິ​ກາ ​ແລະ ຈີນ ບົນ​ພື້ນຖານ​ເຄົາລົບ​ເຊິ່ງກັນ ​ແລະ ກັນ ​ແລະ ມີ​ຜົນ​ປະ​ໂຫຍດ​ໃຫ້​ທົ່ວ​ໂລກ. ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ ​ Barack Obama ເວົ້າ​ວ່າ:

        “ອາ​ເມ​ລິ​ກາ ​ແມ່ນ​ປະ​ເທດ​ທີ່​ຂຶ້ນ​ກັບ ພາກ​ພື້ນປາ​ຊີ​ຟີ​ກ, ສະ​ນັ້ນ ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ສົນໃຈ​​ເຖິງ​ວຽກ​ງານ​ສືບ​ຕໍ່​ຍູ້​ແຮງ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ກ່ຽວ​ກັບ​ບັນດາ​ຂົງ​ເຂດ​ຄື: ການ​ຄ້າ ​ແລະ ຮັບປະກັນ​ວ່າ : ສອງ​ປະ​ເທດ​ກາຍ​ເປັນ​ຄູ່​ຮ່ວມ​ມື​ຢ່າງ​ແຂງ​ແຮງ ​ແລະ ມີ​ປະສິດທິ​ຜົນ. ສາຍ​ພົວພັນ​ຮ່ວມ​ມື​ນີ້ ​ແມ່ນ​ອີງ​ໃສ່​ຫລັກການ​ເຄົາລົບ​ເຊິ່ງກັນ ​ແລະ ກັນ ບໍ່​ພຽງ​ແຕ່​ນຳ​ມາ​ຊຶ່ງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່        ອາ​ເມລິ​ກາ ​ແລະ ຈີນ ​ເທົ່າ​ນັ້ນ ຫາກ​ຍັງ​ນຳ​ມາ​ຊຶ່ງ​ຜົນ​ປະ​ໂຫຍ​ດ​ໃຫ້​ທັງ​ພາກ​ພື້ນ ​ແລະ ​ໂລກ​ອີກ​ດ້ວຍ.”

        ກ່ອນ​ຫນ້າ​ນັ້ນ, ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ Washington Post, ທ່ານ​ຮອງ​ປະທານ​ປະ​ເທດ ຈີນ ສື​ຈິ້ນ​ພິ້ງ ​ໄດ້​ເວົ້າ​ວ່າ: ຈີນ ຈະ​ສືບ​ຕໍ່​ແກ້​ໄຂ​ບັນດາ​ບັນຫາ​ອັນ​ຊອບ​ທຳ ຊຶ່ງ​ອາ​ເມ​ລິ​ກາ​ມີ​ຄວາມ​ສົນໃຈ​, ​ໃນ​ນັ້ນ ມີ​ການ​ສະຫງວນ​ລິ​ຂະ​ສິດ​ຊັບ​ສິນ​ທາງ​ປັນຍາ, ອັດຕາ​​ແລກປ່ຽນ​ເງິນ​ຢວນ, ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ຢ່າງ​​   ໂປ່​ງ​ໃສ ​ແລະ ອີງ​ໃສ່​ບັນດາ​ຫລັກການ​ລະອຽດ​.

        ກ່ອນການ​ພົບ​ປະ​ແລກປ່ຽນ​ຄຳ​ເຫັນ​ກັບ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama, ທ່ານ​ຮອງ​ປະທານ​ປະ​ເທດ​ຈີນ    ສື​ຈິ້ນ​ພິ້ງ    ​ແລະ   ທ່ານ​ຮອງ ​ປະ​ທາ​ນາ​ທິບໍດີ ອາ​ເມ​ລິ​ກາ Job Biden ​ໃຫ້​ຄຳ​ໝັ້ນ​ໝາຍວ່າ ສອງ​ປະ​ເທດ​ຈະ​ດຳ​ເນີນ​ການ​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ​ຮອງ​ປະທານາທິບໍດີ        Job Biden ຖື​ວ່າ: ການ​ພົວພັນ​ລະຫວ່າງ ອາ​ເມ​ລິ​ກາ ​ແລະ ຈີນ ​ແມ່ນ​ການ​ພົວພັນ​ສຳຄັນ​ທີ່​ສຸດ​ຢູ່​ໃນ​ໂລກ ​ເຖິງ​ວ່າ ບາງ​ເທື່ອ ສອງ​ປະ​ເທດ ​ກໍ່​ມີ​ທັດສະນະ​ທີ່​ແຕກຕ່າງ​ກັນ ກ່ຽວ​ກັບ​ບັນຫາຕ່າງໆ, ​ແຕ່​ພັດ​ມີ​​ຄວາມ​ເອົາ​ໃຈ​ໃສ່​ລວມທີ່​ສຳຄັນ ກ່ຽວ​ກັບ​ດ້ານ​ການ​ເມືອງ ​ແລະ ​ເສດຖະກິດ ສະ​ນັ້ນ ສອງ​ປະ​ເທດ ຄວນ​ຮ່ວມ​ມື​ນຳ​ກັນ./.

ນັກ​ຂ່າວ​ vov ປະຈຳ​ອາ​ເມ​ລິ​ກາ

ຕອບກັບ

ຂ່າວ/ບົດ​ອື່ນ