ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສິຈິ້ນຜິງ
(ພາບປະກອບ: baomoi)
(vovworld) - ຕອນບ່າຍວັນທີ 5/11, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ປະທານປະເທດຈີນ ສິຈິ້ນຜິງ ແລະ ພັນລະຍາ ໄດ້ມາຮອດສະໜາມບິນສາກົນ ໂນ້ຍບ່າຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຫວຽດນາມ. ຕ້ອນຮັບ ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສິຈິ້ນຜິງ ແລະ ພັນລະຍາ ທີ່ສະໜາມບິນ ມີທ່ານກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ດິງເທ໋ຮວີງ; ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ, ຫົວໜ້າຄະນະພົວພັນການຕ່າງປະເທດ ຮ່ວາງບິ່ງກວນ. ກ່າວຄວາມເຫັນເມື່ອມາຮອດຫວຽດນາມ, ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສື່ຈິນຜິງ ຢືນຢັນວ່າ, ຈີນຖືເປັນສຳຄັນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຈີນກັບຫວຽດນາມ, ຖືການພົວພັນຫວຽດນາມ - ຈີນ ແມ່ນການພົວພັນຍຸດທະສາດ, ຍາວນານ ແລະ ໝັ້ນໝາຍຈະພ້ອມກັບຝ່າຍຫວຽດນາມ ມຸ່ງໄປສູ່ວຽກງານລວມ, ຍາວນານ ແລະ ເຄົາລົບເຊິ່ງກັນ ແລະ ກັນ, ເຈລະຈາມິດຕະພາບ, ພ້ອມກັນຊຸກຍູ້ການພົວພັນຄູ່ຮ່ວມມື ຮ່ວມມືຍຸດທະສາດຮອບດ້ານ, ພັດທະນາຢ່າງມີສະຖຽນລະພາບ, ຍາວນານ. ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສື່ຈິນຜິງ ຫວັງວ່າ, ຜ່ານການຢ້ຽມຢາມຄັ້ງນີ້, ຈະປັບປຸງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ວາງແຜນກຳນົດການພັດທະນາໃນອະນາຄົດ, ຊຸກຍູ້ການພົວພັນຄູ່ຮ່ວມມື, ຮ່ວມມືຍຸດທະສາດຮອບດ້ານຈີນ - ຫວຽດນາມ ໃຫ້ຂຶ້ນສູ່ລະດັບສູງໃໝ່.