ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງຕ້ອນຮັບຄະນະຜູ້ແທນຂັ້ນສູງກະຊວງການຕ່າງປະເທດລາວ

ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງຕ້ອນຮັບຄະນະຜູ້ແທນຂັ້ນສູງກະຊວງການຕ່າງປະເທດລາວ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ຕ້ອນ​ຮັບ​
ທ່ານ ທອງ​ລຸນ ສີ​ສຸ​ລິດ,ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ

(vovworld)- ຕອນ​ບ່າຍ​ວັນ​ທີ 4/11, ຢູ່​ສຳ​ນັກ​ງານ​ສູນ​ກາງ​ພັກ​, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ໄດ້​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ກະ​ຊວງ​ການ​ຕ່າ​ງ​ປະ​ເທດ​ລາວ ໂດຍ​ທ່ານ ທອງ​ລຸນ ສີ​ສຸ​ລິດ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ລາວ ນຳ​ຫນ້າ ພວມ​ຢ້ຽມ​ຢາມ ແລະ​ເຮັດ​ວຽກ​ຢູ່ ຫວຽດ​ນາມ. ນະ​ທີ່ນີ້ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ  ຢືນ​ຢັນ: ຫວຽດ​ນາມ ຈະ​ພ​ອ້ມ​ກັບ ລາວ ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ສາຍ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ - ລາວ ນັບ​ມື້​ນັບ​ພັດ​ທະ​ນາ​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ​ໃນ​ທຸກ​ຂົງ​ເຂດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ຢູ່ ພາກ​ພື້ນ ແລະ​ໃນ​ໂລກ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຕ​ີ​ລາ​ຄາ​ສູ​ງ ການ​ປະ​ສານ​ສົມ​ທົບ​ໃນ​ການ​ຊີ້​ນຳ​ຂອງ​ສອງ​ລັດ​ຖະ​ບານ ກໍ​ຄື​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ບັນ​ດາກ​ະ​ຊວງ, ຂະ​ແຫນງ​ການ, ທ້ອງ​ຖິ່ນ​ສອງ​ປະ​ເທດ, ໃນ​ນັ້ນ ມີ ສອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໃນ​ການ​ສົມ​ທົບ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ສອງ​ພັກ, ສອງ​ລັດ ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ສ່ວນ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທອງ​ລຸນ ສີ​ສຸ​ລິດ ໄດ້​ຢືນ​ຢັນ​ວ່າ ລາວ ຈະ​ສົມ​ທົບ​ຢ່າງ​ແຫນ້ນ​ແຟ້ນ​ກັບ​ຫວຽດ​ນາມ ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ​ລະ​ຫວ່າງ​ການ​ນຳ​ສອງ​ພັກ, ສອງ​ລັດ ເພື່ອ​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ແທດ​ຈິງ​ໃຫ້​ປະ​ຊາ​ຊົນ​ສອງ​ປະ​ເທດ​ລາວ ແລະ ຫວຽດ​ນາມ.

 

ຂ່າວ/ບົດ​ອື່ນ