ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ
ຕ້ອນຮັບທ່ານ ຈາງເຕີຈຽງ
(ພາບ: TTXVN)
(vovworld) – ທີ່ການຕ້ອນຮັບໃນຕອນບ່າຍ ວັນທີ 09/11, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຕີລາຄາສູງໝາກຜົນແຫ່ງການເຈລະຈາ, ພົບປະລະຫວ່າງທ່ານ ຈາງເຕີຈຽງ ປະທານສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ ກັບບັນດາການນຳ ຫວຽດນາມ, ຖືວ່າ: ການຢ້ຽມຢາມຈະປະກອບສ່ວນສຳຄັນ ສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ມິດຕະພາບ ແລະ ຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ອວຍພອນພັກ, ລັດ, ປະຊາຊົນ ຈີນ ກ່ຽວກັບບັນດາຜົນງານທີ່ບັນລຸໄດ້ໃນໄລຍະຜ່ານມາ, ຢືນຢັນວ່າ: ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຈີນ. ທ່ານເລຂາທິການໃຫຍ່ ສະເໜີ 2 ຝ່າຍມານະພະຍາຍາມຜັນຂະຫຍາຍການປະຕິບັດບັນດາຄວາມຮັບຮູ້ລວມ ເຊິ່ງບັນລຸໄດ້ລະຫວ່າງການນຳຂັ້ນສູງ 2 ພັກ, 2 ລັດເປັນຢ່າງດີ ບົນຈິດໃຈ “ເວົ້າຄຽງຄູ່ກັບການປະຕິບັດ”, ຮັກສາການພົບປະແລກປ່ຽນຂັ້ນສູງເປັນປະຈຳ, ເສີມຂະຫຍາຍບັນດາກົນໄກຮ່ວມມືຢ່າງມີປະສິດທິຜົນ ຍົກສູງຄຸນນະພາບ ປະສິດທິຜົນບັນດາໂຄງການລົງທຶນ, ຍູ້ແຮງການພົບປະແລກປ່ຽນ, ຮ່ວມມືລະຫວ່າງບັນດາຂະແໜງການ, ບັນດາທ້ອງຖິ່ນ, ປະຊາຊົນທຸກຊັ້ນວັນນະ ພິເສດແມ່ນລຸ້ນໜຸ່ມ 2 ປະເທດ, ພ້ອມກັນຄວບຄຸມຄວາມບໍ່ລົງລອຍກັນເປັນຢ່າງດີ ບົນຈິດໃຈເຄົາລົບຜົນປະໂຫຍດຂອງກັນ ແລະ ກົດໝາຍສາກົນ, ຮັກສາສັນຕິພາບ, ສະຖຽນລພາບ ແລະ ທ່າອ່ຽງພັດທະນາການພົວພັນ 2 ປະເທດຢ່າງປອດໃສ.
ສ່ວນທ່ານ ຈາງເຕີຈຽງ ປະທານສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ ກໍ່ແຈ້ງໃຫ້ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຊາບກ່ຽວກັບໝາກຜົນກອງປະຊຸມສູນກາງທີ 6 ຂອງພັກກອມມູນິດ ຈີນ ຜ່ານມາ; ຢືນຢັນວ່າ ພັກ, ລັດຖະບານ ຈີນ ຍາມໃດກໍ່ຖືເປັນສຳຄັນ ແລະ ຈະຢືດໝັ້ນພັດທະນາການພົວພັນອັນດີງາມລະຫວ່າງ 2 ພັກ, 2 ລັດ ຫວຽດນາມ - ຈີນ, ປາດຖະໜາວ່າ 2 ຝ່າຍຈະເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ແລກປ່ຽນບົດຮຽນ, ເຊື່ອມຕໍ່ຍຸດທະສາດພັດທະນາ, ຍູ້ແຮງການຮ່ວມມືດ້ານເສດຖະກິດ ແລະ ບັນດາຂົງເຂດອື່ນໆ, ເພື່ອແນໃສ່ປັບປຸງພື້ນຖານສັງຄົມໃຫ້ການພົວພັນມິດຕະພາບ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານ ຈີນ - ຫວຽດນາມ ໃຫ້ພັດທະນາອັນດີງາມຢ່າງບໍ່ຢຸດຢັ້ງ.