ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຕ້ອນຮັບເລຂາທິການໃຫຍ່ສປຊ
(ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງ
ຕ້ອນຮັບເລຂາທິການໃຫຍ່ສປຊ)
(vovworld) – ຕອນບ່າຍວັນທີ 22/05, ຢູ່ສຳນັກງານສູນກາງພັກ, ທີ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki moon ພ້ວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ຢູ່ທີ່ນີ້, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງທັງລະບົບສະຫະປະຊາຊາດ ແລະ ຂອງທ່ານ Ban Ki moon ບົນພື້ນຖານ 3 ເສົ້າຄ້ຳ ແມ່ນ ສັນຕິພາບ - ຄວາມສະຫງົດປອດໄພ, ການພັດທະນາ ແລະ ຮັບປະກັນສິດທິມະນຸດ; ຮັບຮູ້ຂໍ້ລິເລີ່ມ ແລະ ການເຄື່ອນໄຫວຂອງສະຫະປະຊາຊາດ ໃນການແກ້ໄຂບັນດາການປະທະກັນໃນພາກພື້ນ, ປັບປຸງການເຄື່ອນໄຫວຮັກສາສັນຕິພາບ. ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງຖືວ່າ, ການຢ້ຽມຢາມຄັ້ງນີ້ຂອງທ່ານ Ban Ki moon ໄດ້ສວມບົດບາດສຳຄັນເຂົ້າໃນການຊຸກຍູ້ການພົວພັນອັນດີງາມລະຫວ່າງຫວຽດນາມ - ສະຫະປະຊາຊາດຍິ່ງກວ່າອີກ.
ສ່ວນທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki moon ໄດ້ຕີລາຄາສູງບົດບາດ, ທີ່ຕັ້ງ, ບັນດາການປະກອບສ່ວນສຳຄັນຂອງຫວຽດນາມ ໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ຢູ່ໃນໂລກ; ຢືນຢັນຄຳໝັ້ນສັນຍາຂອງລະບົບສະຫະປະຊາຊາດ ແລະ ບັນດາອົງການສະມາຊິກສືບຕໍ່ຮ່ວມມື, ໜູນຊ່ວຍຫວຽດນາມ ໃນການພັດທະນາເສດຖະກິດສັງຄົມ, ປະຕິບັດບັນດາເປົ້ທໝາຍສະຫັດສະວັດ ແລະ ບັນດາເປົ້າໝາຍພັດທະນາແບບຍື່ນຍົງພາຍຫຼັງປີ 2015 ສຳເລັດຜົນ.